Mundo

491848857_1254462643356216_6357648959732928662_n.jpg
Laos, Lao National Radio, Laosiano
2025-04-22 05:54:31
ສະຫລຸບການຈັດຕັ້ງປະຕິບັດວຽກງານກາແດງທົ່ວປະເທດ ປະຈຳປີ 2024 ອົງການກາແດງແຫ່ງຊາດລາວ ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານກາແດງທົ່ວປະເທດ ປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ໃນວັນທີ 22 ເມສາ 2025 ໂດຍການເປັນປະທານຂອງ ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີທ່ານ ນາງ ຈັນຖະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຫ້ອງການກາແດງເມືອງ, ອົງການກາແດງແຂວງທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ຮອງຈັນ ຈັນທະວົງ ຫົວໜ້າຫ້ອງການອົງການກາແດງແຫ່ງຊາດລາວ ໄດ້ລາຍງານຜົນສໍາເລັດການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການປີ 2025. ອົງການກາແດງແຫ່ງຊາດລາວ ໃນຖານະທີ່ເປັນການຈັດຕັ້ງທາງສັງຄົມ ສາມາດຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຕ່າງໆ ໄດ້ທັງໝົດໃນ 17 ແຂວງ, 1 ນະຄອນຫລວງວຽງຈັນ ຈໍານວນ 18.034 ຄອບຄົວ, 86 ໂຮງຮຽນ, 107.968 ຄົນ, ຍິງ 55.678 ຄົນ, ລວມມູນຄ່າ 32,8 ຕື້ກວ່າກີບ ແລະ 2.864.754 ໂດລາສະຫະລັດ; ໃນວຽກງານປຸກລະດົມຂົນຂວາຍບໍລິຈາກເລືອດ ແລະ ການສະໜອງເລືອດທີ່ປອດໄພ ໄດ້ສຸມໃສ່ການປຸກລະດົມ ແລະ ຈັດຫາຜູ້ບໍລິຈາກເລືອດ ເຫັນວ່າການບໍລິຈາກເລືອດໄດ້ຮັບຜົນດີ; ສໍາເລັດການຈັດກິດຈະກໍາຮັບບໍລິຈາກເລືອດແບບເປີດກວ້າງ ຮ່ວມກັບບັນດາການຈັດຕັ້ງຕ່າງໆ ແລະ ຈັດກິດຈະກໍາບໍລິຈາກເລືອດ ໃນວັນສໍາຄັນຕ່າງໆຂອງຊາດ ໃນປີ 2024 ແຜນການທົ່ວປະເທດ ຕ້ອງບັນລຸການຮັບບໍລິຈາກເລືອດໃຫ້ໄດ້ 78.000 ຖົງ. ໃນນີ້ ຂັ້ນສູນກາງໃຫ້ໄດ້ 33.300 ຖົງ ແລະ ຂັ້ນທ້ອງຖິ່ນ ໃຫ້ໄດ້ 44.700 ຖົງ, ໃນປີ 2024 ທົ່ວປະເທດອອກຮັບບໍລິຈາກເລືອດ ທັງໝົດ 811 ຄັ້ງ, ໄດ້ຮັບເລືອດທັງໝົດ 71.290 ຖົງ ເທົ່າກັບ 91.4% ຂອງແຜນການ. ອົງການກາແດງແຫ່ງຊາດລາວ ເປັນການຈັດຕັ້ງທາງສັງຄົມ ຂອງ ສປປ ລາວ ທີ່ເຄື່ອນໄຫວວຽກງານມະນຸດສະທຳ ຢ່າງເປັນເອກະລາດ ຢູ່ພາຍໃຕ້ລັດຖະທຳມະນູນ, ກົດໝາຍ ແລະ 7 ຫລັກການພື້ນຖານ ຂອງຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ ໄດ້ຈັດຕັ້ງປະຕິບັດ 10 ແຜນງານ; ອົງການກາແດງແຫ່ງຊາດລາວ ປະກອບມີ 3 ຫ້ອງການ ແລະ 1 ສະຖາບັນເລືອດແຫ່ງຊາດ, ມີ 17 ອົງການກາແດງແຂວງ ແລະ ນະຄອນຫລວງວຽງຈັນ ແລະ ມີ 49 ຫ້ອງການກາແດງເມືອງ. ຂ່າວ-ພາບ: ຍຸພິນທອງ-ບຸນອູ້ມ Facebook
491649108_1887718315378239_651572980690186509_n.jpg
Laos, Lao National Radio, Laosiano
2025-04-21 21:01:16
ຂ່າວພາກເຊົ້າ Facebook
492087662_1253606446775169_530630885620417071_n.jpg
Laos, Lao National Radio, Laosiano
2025-04-21 06:59:17
ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ສະເດັດມາຢ້ຽມຢາມ ສປປ ລາວ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕນະຄອນຫຼວງວຽງຈັນ, ສປປ ລາວ ໃນຕອນບ່າຍຂອງວັນທີ 21 ເມສາ 2025, ໂດຍມີ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະຜູ້ແທນ ຂອງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ການສະເດັດມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແມ່ນເພື່ອຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂດຍ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ຈະດໍາເນີນການຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 21-24 ເມສາ 2025, ຊຶ່ງເປັນການປະກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ໃຫ້ແໜ້ນເເຟ້ນ ແລະ ຂະຫຍາຍຕົວຍິ່ງໆຂື້ນ. ໃນລະຫວ່າງການຢ້ຽມຢາມ, ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ຈະເຂົ້າຢ້ຽມຂໍ່ານັບ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ເປັນປະທານໃນພິທີເປີດກອງປະຊຸມວິຊາການດ້ານການແພດ ແລະ ສາທາລະນະສຸກ ເພື່ອສະເຫຼີມສະຫຼອງຄົບຮອບ 25 ປີ ໂຄງການຝຶກອົບຮົມເຕັກໂນໂລຊີທາງການແພດ ແລະ ສາທາລະນະສຸກ ສໍາລັບບຸກຄະລາກອນການແພດຂອງ ສປປ ລາວ. ນອກນັ້ນ, ຍັງຈະສະເດັດຢ້ຽມຢາມ ແລະ ເຂົ້າຮ່ວມພິທີເປີດການນໍາໃຊ້ອາຄານຫຼັງໃໝ່ ຂອງ ໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ຢູ່ ແຂວງວຽງຈັນ ແລະ ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ຢູ່ ນະຄອນຫຼວງວຽງຈັນ ອີກດ້ວຍ. ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ ພາບ: ກົມສື່ມວນຊົນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ Facebook
490538928_702800218977237_3675847268717059272_n.jpg
Laos, Lao National Radio, Laosiano
2025-04-20 22:03:22
ລາຍການຂັບຂີ່ປອດໄພມື້ນີ້ຟັງສຽງພັນເອກ ແກ້ວມາລາ ແສງທອງ ຮອງກົມຕຳຫຼວດຈະລາຈອນ ສະຫູຸບອຸບັດຕິເຫດ 7 ວັນໄລຍະສະຫຼອງປີໃໝ່ລາວ, ສຳພາດ ພັນໂທ ພູວັນນີ ຫຼີນວັນນະລາດ ຫົວໜ້າພະແນກຈະລາຈອນແຂວງວຽງຈັນ ແລະ ພັນໂທ ສິນນະສອນ ຈັນທະວົງສາ ຫົວໜ້າກອງຮ້ອຍຈະລາຈອນເມືອງສີສັດຕະນາກ. Facebook
491931642_1252555203546960_1788819342207753591_n.jpg
Laos, Lao National Radio, Laosiano
2025-04-20 01:13:26
ລົດກະບະຕຳຄົນຍ່າງ ເສຍຊີວິດຄາທີ່ 1 ຄົນ. ໜ່ວຍກູ້ໄພຊ່ວຍເຫລືອ ແລະ ບັນເທົາທຸກ ນະຄອນຫລວງວຽງຈັນ ລາຍງານວ່າ: ເວລາ 07:00 ໂມງ ວັນທີ 20 ເມສາ 2025 ເກີດມີອຸປະຕິເຫດລົດກະບະຕໍາຄົນຍ່າງ ຢູ່ທາງໂຄ້ງ ບ້ານວັດນາກ ເມືອງ ສີສັດຕະນາກ ນະຄອນຫລວງວຽງຈັນ ໄດ້ຮັບບາດເຈັບ 1 ຄົນ ອາຍຸ 65 ປີ ເພດຍິງ ແລະ ເສຍຊີວິດຄາທີ່ 1 ຄົນ ອາຍຸ 75ປີ ເພດຍິງ. ທັງສອງຢູ່ບ້ານ ວັດນາກ ເມືອງ ສີສັດຕະນາກ ນະຄອນຫລວງວຽງຈັນ. ທີມກູ້ໄພ ໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວໄດ້ນຳສົ່ງຄົນ ເຈັບໄປໂຮງໝໍ ມິດຕະພາບ 150ຕຽງ ສ່ວນສົບຜູ້ເສຍຊີວິດ ໄດ້ນຳສົ່ງກັບເຮືອນເພື່ອທາງຄອບຄົວເຮັດພິທີທາງສາດສະໜາ. Facebook
491826900_3194901240686011_1899748348281878154_n.jpg
Laos, Lao National Radio, Laosiano
2025-04-19 23:02:12
ລາຍການເພື່ອມະນຸດສະທຳອົງການກາແດງແຫ່ງຊາດລາວ 20 ເມສາ 2025 Facebook
490744915_1252119766923837_527773549713810259_n.jpg
Laos, Lao National Radio, Laosiano
2025-04-19 12:10:57
ກະຊວງ ຖວທ ເຊື່ອມຊຶມເອກະສານປັບປຸງກົງຈັກການຈັດຕັ້ງ ກອງເລຂາຄະນະຮັບຜິດຊອບ ປັບປຸງກົງຈັກການຈັດຕັ້ງ ຮ່ວມກັບ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມເຊື່ອມຊຶມເອກະສານປັບປຸງກົງຈັກການຈັດຕັ້ງ ໃນວັນທີ 18 ເມສາ 2025, ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ກຳມະການຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ຖວທ, ມີບັນດາຮອງລັດຖະມົນຕີກະຊວງ ຖວທ, ມີຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ, ຄະນະບໍລິຫານງານພັກກະຊວງ, ເລຂາພັກຮາກຖານ, ຫົວໜ້າກົມ, ຮອງກົມ ແລະ ພະນັກງານຫຼັກແຫຼ່ງທົ່ວຂະແໜງ ຖວທ ເຂົ້າຮ່ວມ. ຈຸດປະສົງ ກໍເພື່ອເຊື່ອມຊຶມບັນດານິຕິກໍາກ່ຽວກັບການປັບປຸງກົງຈັກການຈັດຕັັ້ງ, ສ້າງຄວາມເປັນເອກະພາບທາງດ້ານແນວຄິດໃຫ້ຄະນະພັກ-ຄະນະນໍາຕະຫຼອດຮອດສະມາຊິກພັກ-ພະນັກງານທົ່ວ ກະຊວງ ຖວທ ໃຫ້ຮັບຮູ້ເຂົ້າໃຈ, ເຫັນໄດ້ເຫດຜົນ ແລະ ຄວາມຈໍາເປັນທີ່ຕ້ອງປັບປຸງກົງຈັກການຈັດຕັ້ງຄັັ້ງນີ້ ແລະ ເພື່ອແຈ້ງໃຫ້ຊາບກ່ຽວກັບຄະນະຮັບຜິດຊອບ ການໂອນວຽກສື່ມວນຊົນກໍຄື ວຽກງານຖະແຫຼງຂ່າວ, ພ້ອມທັງຍົກຍ້າຍບຸກຄະລາກອນອອກຈາກກະຊວງ ຖວທ ໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ໃນພິທີ, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານພັກ ແລະ ພະນັກງານຂອງກະຊວງ ຖວທ ກໍຄື ການປະຕິບັດສິດ ແລະ ໜ້າທີ່ໃນການປັບປຸງກົງຈັກການຈັດຕັ້ງໃນຂະແໜງ ຖວທ ໃນໄລຍະຜ່ານມາ ເຖິງປັດຈຸບັນໂດຍຫຍໍ້ ຊຶ່ງໄລຍະຜ່ານມາໂດຍອີງຕາມບັນດາມະຕິ, ທິດຊີ້ນໍາຂອງຂັ້ນເທິງໃນການປັບປຸງກົງຈັກການຈັດຕັ້ງຂອງພັກ, ຂອງລັດ ໃນແຕ່ລະໄລຍະ ຄະນະນໍາກະຊວງ ຖວທ ໄດ້ເອົາໃຈໃສ່ປັບປຸງກົງຈັການຈັດຕັ້ງພາຍໃນຂະແໜງການແຕ່ສູນກາງລົງຮອດທ້ອງຖິ່ນ ໄດ້ທົ່ວເຖິງ, ມີຄວາມໜັກແໜ້ນຕາມທິດກະທັກຮັດ, ສົມເຫດສົມຜົນ, ເຄື່ອນໄຫວມີປະສິດທິພາບ ເໝາະສົມຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ໄດ້ກຳນົດຄືທີ່ຕັ້ງ, ພາລະບົດບາດຂອງກະຊວງ, ໂຮມບັນດາກົມ-ກອງທີ່ມີບົດບາດໃກ້ຄຽງ ຫຼື ຊໍ້າຊ້ອນກັນ ລວມທັງບັນດາຂະແໜງການຢູ່ຂັ້ນທ້ອງຖິ່ນ ແລະ ອື່ນໆ. ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ກໍໄດ້ເຜີຍແຜ່ເນື້ອໃນຈິດໃຈຂອງມະຕິ ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັການຈັດຕັ້ງ ເລກທີ 03, ລົງວັນທີ 12 ມີນາ 2025, ເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງ-ໂຮມກະຊວງ, ອົງການ ຫຼື ໂອນບາງໜ້າວຽກໄປໃຫ້ພາກສ່ວນອື່ນຮັບຜິດຊອບ, ທັດສະນະຊີ້ນໍາຂອງການປັບປຸງກົງຈັກການຈັດຕັ້ງ, ທິດທາງຄາດໝາຍໃນການປັບປຸງການຈັດຕັ້ງ ຊຶ່ງການປັບປຸງການຈັດຕັ້ງແມ່ນເລື່ອງປົກກະຕິ ເພື່ອເຮັດໃຫ້ການເຄື່ອນໄຫວຂອງກົງຈັກການຈັດຕັ້ງມີປະສິດທິຜົນ ຕອບສະໜອງໜ້າທີ່ການເມືອງ, ທັງໃຫ້ສອດຄ່ອງກັບລະບົບການເມືອງ ແລະ ການປ່ຽນແປງໃໝ່ ໃນແຕ່ລະໄລຍະ. ຂ່າວ: ຂປລ- ພາບ: ເກດສະໜາ Facebook
491707721_3255172577971954_2998589786181515703_n.jpg
Laos, Lao National Radio, Laosiano
2025-04-18 21:01:40
ຂ່າວພາກເຊົ້າ 19 ເມສາ 2025 Facebook
491438741_694745326555300_5116224164311460089_n.jpg
Laos, Lao National Radio, Laosiano
2025-04-18 09:43:17
ອຸບັດຕິເຫດຈະລາຈອນທາງບົກ ທົ່ວປະເທດ ຈຳນວນ 313 ຄັ້ງ ເສຍຊີວິດ 26 ຄົນ ໄລຍະ 07 ວັນອັນຕະລາຍ ລະຫວ່າງວັນທີ 11 -17 ເມສາ 2025. Facebook
490705051_2006429676553729_5695057668806966064_n.jpg
Laos, Lao National Radio, Laosiano
2025-04-18 07:57:33
ລາຍການຮອບຮູ້ SME 18 ເມສາ 2025 Facebook
plugins premium WordPress
Translate »