Laos

495668359_1431732897958735_2059092923664451496_n.jpg
Laos, Lao National Radio, Laosiano
2025-05-11 22:00:00
ລາຍການຂັບຂີ່ປອດໄພ 12 ພຶດສະພາ 2025 Facebook
496633183_1548559669863457_3342437997639479917_n.jpg
Laos, Lao National Radio, Laosiano
2025-05-11 08:04:18
ລາຍການຮອບຮູ້ SME 11 ພຶດສະພາ 2025 Facebook
497163304_1721722501754426_8509988348559401651_n.jpg
Laos, Lao National Radio, Laosiano
2025-05-10 21:01:36
ຂ່າວພາກເຊົ້າ 11 ,05,2025 Facebook
495751688_1271476311654849_3219338440629858378_n.jpg
Laos, Lao National Radio, Laosiano
2025-05-10 06:30:01
ຫາລືການຄຸ້ມຄອງສິ່ງເສດເຫຼືອ ແລະ ບໍາບັດນໍ້າເປື້ອນແບບຍືນຍົງ ເພື່ອປັບປຸງດ້ານສາທາລະນະສຸກ ແລະ ສິ່ງແວດລ້ອມໃນ ສປປ ລາວ ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ອົງການກອຍກາ (KOICA) ແລະ ສະຖາບັນການເຕີບໂຕສີຂຽວ (GGGI) ໄດ້ຈັດກອງປະຊຸມຄະນະຊີ້ນໍາໂຄງການ ເພື່ອປັບປຸງດ້ານສາທາລະນະສຸກ ແລະ ສິ່ງແວດລ້ອມໃນ ສປປ ລາວ ໄລຍະ II ຂຶ້ນໃນວັນທີ 8 ພຶດສະພາ 2025 ຢູ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ (ນວ) ເປັນປະທານຮ່ວມຂອງທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ທ່ານ ລິດຕາ ຂັດທິຍາ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ຊັງຊູ ໂອ ຫົວໜ້າອົງການກອຍກາ ປະຈຳລາວ ແລະ ທ່ານ ດັກມາ ສະເວເບີ ຫົວໜ້າສະຖາບັນການເຕີບໂຕສີຂຽວສາກົນ ປະຈໍາລາວ ມີບັນດາຮອງເຈົ້າຄອງ ນວ ຮອງເຈົ້າແຂວງ ແລະ ພາກ ສ່ວນກ່ຽວ ຂ້ອງ ຈາກພາກລັດ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ. ເພື່ອສືບຕໍ່ເສີມຂະຫຍາຍຄວາມສາມາດຂອງອົງການປົກຄອງທ້ອງຖິ່ນ ໃນການຄຸ້ມຄອງການບໍລິການເກັບ ແລະ ກຳຈັດສິ່ງເສດເຫຼືອແບບບໍ່ລວມສູນ ຢູ່ ນວ ແລະ ແຂວງວຽງຈັນ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະທີ I (2017-2023) ທີ່ເຫັນວ່າມີຜົນສໍາເລັດຫຼາຍສົມຄວນ ໂດຍສະເພາະການບຳບັດນ້ຳເປື້ອນ ແລະ ສິ່ງເສດເຫຼືອ ເຮັດໃຫ້ສະພາບແວດລ້ອມຕົວເມືອງ ໃນ ສປປ ລາວ ໃນບາງຈຸດໄດ້ຮັບການປັບປຸງເທື່ອລະກ້າວ ໂຄງການໄລຍະ II ນີ້ ແມ່ນຈະດຳ ເນີນການໃນໄລຍະ 2023-2027 ໂດຍສືບຕໍ່ເອົາ ນວ ແຂວງວຽງຈັນ (ເມືອງວັງວຽງ) ແລະ ແຂວງສະຫວັນນະເຂດ (ນະຄອນໄກສອນພົມວິຫານ) ເປັນແຂວງເປົ້າໝາຍ ຄຽງຄູ່ກັບການເສີມຂະຫຍາຍຄວາມອາດສາມາດ ໃນການບໍາບັດນໍ້າເສຍ ແລະ ການບໍລິ ການໃຫ້ແກ່ເມືອງປາກເຊ ແລະ ເມືອງໄກສອນ ພົມວິຫານ. ກອງປະຊຸມຄະນະຊີ້ນໍາໃນຄັ້ງນີ້ ໄດ້ສະຫຼຸບຕີລາຄາຜົນສໍາເລັດ ແລະ ຄວາມຄືບໜ້ານັບແຕ່ເລີ່ມຈັດຕັ້ງປະຕິບັດໃນທ້າຍປີ 2023 ເປັນຕົ້ນມາ ແລະ ປຶກສາຫາລືກ່ຽວກັບສິ່ງທ້າທ້າຍ ແລະ ມາດຕະການແກ້ໄຂ ແລະ ຫຼຸດຜ່ອນຄວາມສ່ຽງ ເພື່ອຮັບປະກັນການປະຕິບັດຢ່າງໂລ່ງລ່ຽນ ບາງຄວາມຄືບໜ້າທີ່ພົ້ນເດັ່ນລວມມີ ການພັດທະນາລະບົບການຈັດການຂີ້ເຫຍື້ອໃໝ່ ຢູ່ເມືອງສັງທອງ ແລະ ເມືອງວັງວຽງ ໂດຍການຮ່ວມມືກັບພາກສ່ວນກ່ຽວຂ້ອງຂັ້ນທ້ອງຖິ່ນ ໃນການສໍາຫຼວດ ແລະ ປະເມີນການ ສ້າງຂີ້ເຫຍື້ອ ແລະ ຈັດແຍກປະເພດຂອງຂີ້ເຫຍື້ອ ເຊິ່ງເປັນຂໍ້ມູນສໍາຄັນໃນການກໍານົດກິດຈະກໍາ ແລະ ແຜນວຽກຂອງໂຄງການ. ທີ່ມາ: ວຽງຈັນໃໝ່ Facebook
491714591_1346284836654938_3999058079421198135_n.jpg
Laos, Lao National Radio, Laosiano
2025-05-09 21:01:17
ຂ່າວພາກເຊົ້າ 10 ພຶດສະພາ 2025 Facebook
496517911_1683005419246087_3464209457023801055_n.jpg
Laos, Lao National Radio, Laosiano
2025-05-09 10:32:29
ລາຍການເພງດັງໃນອະດິດ9/5/2025 Facebook
494927443_1270345291767951_6321908840355799568_n.jpg
Laos, Lao National Radio, Laosiano
2025-05-08 23:38:03
ຮອງປະທານປະເທດ ຕ້ອນຮັບທູດມົງໂກລີ ອໍາລາ ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ບຽມບາຊູເຣນ ຈຳສ໌ຣັງ (Byambasuren JAMSRAN) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວ ໃນວັນທີ 8 ພຶດສະພາ 2028 ໃນໂອກາດສໍາເລັດການປະຕິບັດ ໜ້າທີ່ການທູດ ຢູ່ ສປປ ລາວ. ໂອກາດນີ້, ທ່ານຮອງປະທານປະເທດ, ສະແດງຄວາມຊົມເຊີຍ ທ່ານ ບຽມບາຊູເຣນ ຈຳສ໌ຣັງ ທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫລອດໄລຍະ 3 ປີກວ່າ ຢ່າງສະຫງ່າງາມ ແລະ ມີຜົນສໍາເລັດສູງຫລາຍດ້ານ, ພ້ອມທັງຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ທີ່ມີມາແຕ່ດົນນານ ທີ່ນັບມື້ໄດ້ຮັບການຂະຫຍາຍຕົວ ແລະ ແໜ້ນແຟ້ນຂຶ້ນເລື້ອຍໆ ພາຍຫລັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ແຕ່ວັນທີ 12 ກັນຍາ 1962 ເປັນຕົ້ນມາ, ພິເສດ ທ່ານ ບຽມບາຊູເຣນຈຳສ໌ຣັງ ໄດ້ປະກອບສ່ວນສໍາຄັນ ເຂົ້າໃນການຊຸກຍູ້ການພົວພັນຮ່ວມມືຂອງສອງປະເທດ ເປັນຕົ້ນ ແມ່ນຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນຕ່າງໆຂອງສອງຝ່າຍ ແລະ ໄດ້ຊຸກຍູ້ໃຫ້ມີການລົງນາມໃນເອກະສານທີ່ກ່ຽວຂ້ອງກັບການພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດຈຳນວນ 18 ສະບັບ. ນອກນັ້ນ, ທ່ານທູດ ຍັງໄດ້ຊຸກຍູ້ບັນດາແຜນງານ, ໂຄງການການຮ່ວມມືຂອງສອງລັດຖະບານ ລາວ-ມົງໂກລີ ໃຫ້ມີຄວາມຕໍ່ເນື່ອງ, ຮັກສາໄດ້ບັນຍາກາດຂອງການຮ່ວມມື ແລະ ຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ ແລະ ມົງໂກລີ ໂດຍສະເພາະຜົນສຳເລັດຢ່າງຈົບງາມຂອງ ກອງປະຊຸມຄະນະກຳມາທິການຮ່ວມມືດ້ານການຄ້າ, ເສດຖະກິດ, ວິທະຍາສາດ ແລະ ເຕັກນິກ ລະຫວ່າງ ສປປ ລາວ ແລະ ມົງໂກລີ ຄັ້ງທີ 12 ໃນລະຫວ່າງວັນທີ 26-28 ມັງກອນ 2025 ທີ່ນະຄອນຫລວງວຽງຈັນ. ພ້ອມນີ້, ທ່ານຮອງປະທານປະເທດ ໄດ້ຕີລາຄາສູງຕໍ່ການຊ່ວຍເຫລືອອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນ ມົງໂກລີ ໃນໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ມົງໂກລີ. ໂອກາດດັ່ງກ່າວ, ທ່ານຮອງປະທານປະເທດ ກໍໄດ້ອວຍພອນໃຫ້ທ່ານທູດ ຈົ່ງເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ ແລະ ສືບຕໍ່ປະຕິບັດໜ້າທີ່ວຽກງານໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ. ພ້ອມກັນນີ້, ທ່ານທູດ ບຽມບາຊູເຣນຈຳສ໌ຣັງ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນລາວ, ທີ່ໄດ້ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ຈົນມີຜົນສໍາເລັດຢ່າງຈົບງາມ ແລະ ຢືນຢັນຈະສືບຕໍ່ ໃນການເປັນຂົວຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ຂອງສອງປະເທດລາວ-ມົງໂກລີ ໃຫ້ສືບຕໍ່ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ. ພາບ:...
496166595_672852708931835_5937073879706825628_n.jpg
Laos, Lao National Radio, Laosiano
2025-05-08 09:01:16
ຂ່າວພາກຄ່ຳ 08 ພຶດສະພາ 2025 Facebook
495545523_9587798934663452_2312303680294804562_n.jpg
Laos, Lao National Radio, Laosiano
2025-05-07 22:03:55
ລາຍການຂັບຂີ່ປອດໄພ ມື້ນີ້ນັດສຳພາດ ພັນໂທ ສີນນະສອນ ຈັນທະວົງສາຫົວໜ້າກອງຮ້ອຍຈາລະຈອນ ເມືອງສິສັດຕະນາກ Facebook
495544416_2169146460247832_1315732221910499373_n.jpg
Laos, Lao National Radio, Laosiano
2025-05-07 10:33:02
ລາຍການເພງດັງໃນອາດິດ7/5/2025 Facebook
plugins premium WordPress
Translate »