ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025
ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ຈັດຂຶ້ນລະຫວ່າງວັນທີ 03-04 ພະຈິກ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການສະຫຼຸບວຽກງານ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2025.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ເປິກສາຫາລື ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື: ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນຕຸລາ ແລະ ທິດທາງແຜນການ ປະຈໍາເດືອນພະຈິກ 2025 ຂອງລັດຖະບານ; ທິດທາງຜັນຂະຫຍາຍຜົນກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ການກະກຽມຄວາມພ້ອມລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX; ລາຍງານສະພາບສາກົນ ແລະ ພາກພື້ນທີ່ພົ້ນເດັ່ນ; ລາຍງານສະພາບພົ້ນເດັ່ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ໃນນັ້ນລວມມີ ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນຕຸລາ 2025 ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ, ໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາຢ່າງຫຼີກລ່ຽງບໍ່ໄດ້, ແຕ່ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ໄດ້ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ທີ່ກໍານົດໄວ້ໃນບັນດາມະຕິຂອງສະພາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ຕາມມະຕິກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2025 ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ: ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 59,858 ຕື້ກີບ ເທົ່າກັບ 88% ຂອງແຜນການປີ, ການປະຕິບັດແຜນລາຍຈ່າຍໄດ້ 47,631 ຕື້ກີບ ເທົ່າກັບ 67% ຂອງແຜນການປີ; ການຄວບຄຸມອັດເງິນເຟີ້ ຫຼຸດລົງຈາກ 4,5% ໃນເດືອນກັນຍາ ເປັນ 4% ໃນເດືອນຕຸລາ; ສາມາດເພີ່ມຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າຫຼາຍກວ່າ 5 ເດືອນ; ສາມາດຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດ ຕາມຂໍ້ຜູກພັນສັນຍາ; ໄດ້ສຸມໃສ່ປະຕິບັດມາດຕະການດ້ານການຄ້າ ໂດຍສະເພາະ ການຄຸ້ມຄອງລາຄາສິນຄ້າ, ຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າ ເຂັ້ມງວດຫຼາຍຂຶ້ນ; ໄດ້ສຸມໃສ່ການຜະລິດກະສິກຳ ເພື່ອຄໍ້າປະກັນສະບຽງອາຫານ, ການຜະລິດເພື່ອທົດແທນການນຳເຂົ້າ ແລະ ການຜະລິດເພື່ອສົ່ງອອກ; ໄດ້ສຳເລັດການກວດກາ, ປະເມີນຄືນທັງໝົດບັນດາໂຄງການຂຸດຄົ້ນແຮ່ທາດ, ພ້ອມທັງ ໄດ້ແກ້ໄຂບັນດາໂຄງການທີ່ຈັດຢູ່ປະເພດອ່ອນ ແລະ ຫັນໂຄງການທົດລອງ ເປັນໂຄງການຕາມກົນໄກປົກກະຕິ; ໄດ້ສຸມໃສ່ແກ້ໄຂສະພາບຂາດເຂີນໄຟຟ້າ ໂດຍເລັ່ງສ້າງພະລັງງານແສງຕາເວັນ ຂະໜາດນ້ອຍ 5MW ລົງມາ ເສີມໃສ່ສະຖານີໄຟຟ້າໃນຈຸດທີ່ຂາດເຂີນໄຟຟ້າ, ສຸມໃສ່ຊຸກຍູ້ໂຄງການພະລັງງານໄຟຟ້າ ທີ່ໄດ້ຮັບອະນຸມັດແລ້ວ ໃຫ້ດຳເນີນການກໍ່ສ້າງສຳເລັດຕາມແຜນ; ໄດ້ສືບຕໍ່ປັບປຸງ ແລະ ກໍ່ສ້າງໂຄງລ່າງພື້ນຖານໃນຂອບເຂດທົ່ວປະເທດ ໃຫ້ມີຄວາມຄືບໜ້າໄວ ໂດຍສຸມໃສ່ປະຕິບັດໂຄງການກໍ່ສ້າງທີ່ເປັນບູລິມະສິດຂອງລັດຖະບານ, ໂຄງການຟື້ນຟູທາງຫຼວງ ທີ່ເປ່ເພ ແລະ ໄດ້ຮັບຜົນກະທົບຈາກໄພທຳມະຊາດ ເພື່ອສາມາດສັນຈອນໄປ-ມາໄດ້ສະດວກ, ພ້ອມທັງເຊື່ອມຈອດເຊື່ອມໂຍງພາຍໃນພາກພື້ນ ແລະ ສາກົນ ເອື້ອອໍານວຍໃຫ້ແກ່ການຜະລິດ, ການບໍລິການ, ການຄ້າ ແລະ ການລົງທຶນ; ໄດ້ແກ້ໄຂບັນຫາການຂາດເຂີນຄູສອນໄດ້ໂດຍພື້ນຖານ ແລະ ການປະລະການຮຽນ ມີທ່າອ່ຽງດີຂຶ້ນ, ໄດ້ສຸມໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກປິ່ນອ້ອມຕ່າງໆ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12, ງານມະຫາກຳກິລາຄົນພິການແຫ່ງຊາດ ຄັ້ງທີ 4, ງານບຸນນະມັດສະການພະທາດຫຼວງ, ການສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ; ໄດ້ສຸມໃສ່ໃຫ້ການຊ່ວຍເຫຼືອບັນດາແຂວງທີ່ໄດ້ຮັບຜົນກະທົບຈາກໄພພິບັດປີໃນຜ່ານມາ ໂດຍສະເພາະການສະໜອງງົບປະມານ ເພື່ອຊຳລະໂຄງການຟື້ນຟູສຸກເສີນ ລວມ 82 ໂຄງການ, ມູນຄ່າເກືອບ 95 ຕື້ກີບ; ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານຕ່າງປະເທດ ຢ່າງມີໄຫວພິບ ໂດຍສໍາເລັດການກະກຽມ ແລະ ອໍານວຍຄວາມສະດວກ ໃຫ້ແກ່ເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົ້າຮ່ວມບັນດາກອງປະຊຸມສາກົນຂອງການນໍາຂັ້ນສູງພັກ-ລັດ, ຕ້ອນຮັບການມາຢ້ຽມຢາມລັດຖະກິດ, ຢ້ຽມຢາມທາງການ ຂອງຜູ້ນໍາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຢູ່ລາວ.
ຄຽງຄູ່ກັບຜົນສຳເລັດທີ່ຍາດມາໄດ້, ຍັງມີວຽກງານຈຳນວນໜຶ່ງ ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນ: ການແກ້ໄຂປາກົດກາສຫຍໍ້ທໍ້ດ້ານສັງຄົມ, ບັນຫາຄ່າຄອງຊີບ, ລາຄາສິນຄ້າ-ໄຟຟ້າ-ນໍ້າມັນເຊື້ອໄຟ ທີ່ປັບຂຶ້ນບາງໄລຍະ, ການຄຸ້ມຄອງການຂຸດຄົ້ນແຮ່ທາດ, ການຈຳກັດການນຳເຂົ້າສິນຄ້າຟູມເຟືອຍ, ການພັດທະນາ-ປັບປຸງໂຄງລ່າງພື້ນຖານເສັ້ນທາງ, ການຄຸ້ມຄອງ ແລະ ແກ້ໄຂບັນຫາຂ່າວບິດເບືອນ ຜ່ານສື່ສັງຄົມອອນລາຍ, ການເຄົາລົບລະບຽບ-ກົດໝາຍ ແລະອື່ນໆ.
ສຳລັບທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ 2025 ກອງປະຊຸມ ໄດ້ຊີ້ນໍາໃຫ້ຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສໍາຄັນ ດັ່ງນີ້:
ສືບຕໍ່ເອົາໃຈໃສ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ສືບຕໍ່ລົງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນວຽກງານ 3 ສ້າງ ໂດຍສະເພາະ ຢູ່ຈຸດຫຼໍ່ແຫຼມ ແລະ ເຂດຫ່າງໄກສອກຫຼີກ; ສືບຕໍ່ແກ້ໄຂປາກົດການຫຍໍ້ທໍ້ທາງສັງຄົມ ໃຫ້ຫຼຸດໜ້ອຍລົງ; ສືບຕໍ່ປະຕິບັດແຜນການປ້ອງກັນຮັກສາຄວາມສະຫງົບປອດໄພ ໃຫ້ງານສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ, ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12. ສືບຕໍ່ກະກຽມບັນດາເນື້ອໃນ ທີ່ຈະນຳໄປລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ສໍາເລັດທັນກໍານົດເວລາ. ສືບຕໍ່ກະກຽມຄວາມພ້ອມຮອບດ້ານ ເພື່ອສະເຫຼີມສະຫຼອງວັນສຳຄັນຂອງພັກ-ລັດ ແລະ ງານບຸນປະເພນີຕ່າງໆ ເປັນຕົ້ນ: ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12. ສືບຕໍ່ສຸມໃສ່ປະຕິບັດບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເປັນຕົ້ນ:ມາດຕະການຄຸ້ມຄອງອັດຕາແລກປ່ຽນເງິນຕາ, ມາດຕະການແກ້ໄຂໜີ້ສິນ, ມາດຕະການຈຳກັດການນໍາເຂົ້າ ສິນຄ້າຟູມເຟືອຍ, ມາດຕະການສົ່ງເສີມການຜະລິດສິນຄ້າ ທົດແທນການນຳເຂົ້າ ຕິດພັນກັບການສ້າງເສດຖະກິດ ຕາມທິດເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ສຸມໃສ່ຄຸ້ມຄອງບັນດາໂຄງການແຮ່ທາດ ໃຫ້ໄປຕາມກົດໝາຍ ແລະ ລະບຽບການ; ສືບຕໍ່ປະຕິບັດມາດຕະການ ຕໍ່ໂຄງການແຮ່ທາດ ທີ່ໄດ້ຜ່ານການປະເມີນ ແລະ ຈັດຢູ່ໃນປະເພດອ່ອນ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ; ສືບຕໍ່ຊຸກຍູ້ສົ່ງເສີມບັນດາໂຄງການ ທີ່ຢູ່ໃນໄລຍະຂຸດຄົ້ນ ໃຫ້ດໍາເນີນການປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ, ຫຼຸດຜ່ອນການສົ່ງອອກວັດຖຸດິບ ໂດຍສະເພາະ ແຮ່ທາດທີ່ເປັນທ່າແຮງ. ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ຕາມມະຕິ ຂອງຄະນະບໍລິຫານງານສູນກາງພັກ ເລກທີ 03 ແລະ ມະຕິ ຂອງສະພາແຫ່ງຊາດ ເລກທີ 05 ໂດຍສະເພາະ ການສ້າງຕາແສງ ໃຫ້ສໍາເລັດຕາມແຜນກໍານົດ. ສືບຕໍ່ແກ້ໄຂບັນຫາຄູ ແລະ ແພດອາສາສະໝັກ ຕາມໂຄຕ້າລັດຖະກອນ ທີ່ໄດ້ອະນຸມັດແລ້ວນັ້ນໃຫ້ສຳເລັດໄວ, ຊຶ່ງການຈັດສັນໂຄຕ້າ ຕ້ອງຮັບປະກັນຖືກເປົ້າໝາຍຄູ ແລະ ແພດ ທີ່ເປັນອາສາສະໝັກ. ສືບຕໍ່ຕິດຕາມຊຸກຍູ້ ການເຄື່ອນໄຫວວຽກງານຂອງບໍລິສັດ ແລະ ແຮງງານ ຢູ່ບັນດາເຂດເສດຖະກິດພິເສດ, ເຂດອຸດສາຫະກຳ, ນິຄົມອຸດສາຫະກຳ ໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ; ສືບຕໍ່ພັດທະນາສີມືແຮງງານລາວ ໃຫ້ມີຄຸນນະພາບ; ເອົາໃຈໃສ່ປະຕິບັດນະໂຍບາຍ ຕໍ່ຜູ້ທີ່ມີຄຸນງາມຄວາມດີ, ລວມທັງ ຜູ້ທີ່ປະກອບສ່ວນ ໃນຂະບວນການສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ. ສືບຕໍ່ຈັດຕັ້ງປະຕິບັດ ມະຕິ 165/ສພຊ ກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່ ກໍຄືມະຕິ 10/ລບ; ສືບຕໍ່ສຸມໃສ່ຊຸກຍູ້ ບັນດາໂຄງການກໍ່ສ້າງເສັ້ນທາງ ທີ່ສຳຄັນບຸລິມະສິດ; ປັບປຸງບູລະນະ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໃຫ້ສຳເລັດຕາມແຜນ, ພ້ອມທັງຮີບຮ້ອນອອກຄຳແນະນຳ ກ່ຽວກັບການກຳນົດຮູບແບບ, ວິທີການ ແລະ ອັດຕາການເກັບຄ່າຜ່ານທາງ ສໍາລັບເສັ້ນທາງສາຍເກົ່າ ທີ່ມອບໃຫ້ຜູ້ປະກອບການເປັນຜູ້ສ້ອມແປງ ແລະ ບົວລະບັດຮັກສາ ໃຫ້ເປັນເອກະພາບກັນ ໃນທົ່ວປະເທດ.
ຄົ້ນຄວ້ານະໂຍບາຍຕໍ່ 2 ແຂວງ (ແຂວງຫົວພັນ ແລະ ແຂວງຜົ້ງສາລີ) ທີ່ເປັນແຂວງທີ່ໝັ້ນຂອງການປະຕິວັດ ໃຫ້ສໍາເລັດໄວ.
ຜັນຂະຫຍາຍຜົນກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ ເຂົ້າສູ່ວຽກງານຕົວຈິງ. ສືບຕໍ່ຜັນຂະຫຍາຍ ຜົນການໄປຢ້ຽມຢາມຕ່າງປະເທດ ຂອງການນຳຂັ້ນສູງຂອງພັກ-ລັດ ແລະ ຜົນກອງປະຊຸມລະດັບຕ່າງໆ; ກະກຽມໃຫ້ແກ່ການນຳຂັ້ນສູງຂອງພັກ-ລັດ ເດີນທາງໄປເຄື່ອນໄຫວຢ້ຽມຢາມ, ເຂົ້າຮ່ວມກອງປະຊຸມ ແລະ ເຮັດວຽກຢູ່ຕ່າງປະເທດ; ກະກຽມຕ້ອນຮັບການນໍາຂັ້ນສູງ ແລະ ແຂກຕ່າງປະເທດ ທີ່ມາຢ້ຽມຢາມທາງການ ແລະ ເຂົ້າຮ່ວມສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ.
ກອງປະຊຸມລັດຖະບານ ໄດ້ພິຈາລະນາ ຮ່າງນິຕິກໍາ ຈໍານວນ 06 ສະບັບ ຄື: ຮ່າງວິໄສທັດ ຮອດປີ 2045 ແລະ ແຜນຍຸດທະສາດ ການພັດທະນາລະບົບຂໍ້ມູນຂ່າວສານ ຕະຫຼາດແຮງງານແຫ່ງຊາດ ຮອດປີ 2035; ຮ່າງດໍາລັດ ວ່າດ້ວຍການຈັດສັນທີ່ດິນປຸກສ້າງຂອງລັດ ເປັນບ່ອນຢູ່ອາໄສ ແລະ ຊື້-ຂາຍ ສິດນຳໃຊ້ທີ່ດິນ ແບບມີກຳນົດ; ຮ່າງດໍາລັດ ວ່າດ້ວຍຢາງພາລາ; ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງບໍລິເວນຊາຍແດນ; ຮ່າງດໍາລັດ ວ່າດ້ວຍພະນັກງານທ້ອງຖິ່ນ ທີ່ເຮັດວຽກນຳອົງການຕ່າງປະເທດ ປະຈຳ ຢູ່ລາວ ແລະ ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງທະນະບັດ. ກອງປະຊຸມ ໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກຳໄປປັບປຸງຕາມຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ: ຊື່ຂອງບາງນິຕິກຳ, ໂຄງຮ່າງ, ການນຳໃຊ້ ແລະ ອະທິບາຍຄຳສັບ, ການກຳນົດຈຸດປະສົງ, ການກໍານົດຫຼັກການ, ການກໍານົດເງື່ອນໄຂຕ່າງໆ, ການຈັດລຽງເນື້ອໃນ, ການກໍານົດມາດຕະການຕໍ່ຜູ້ລະເມີດ ແລະອື່ນໆ ໃຫ້ເໝາະສົມ ແນໃສ່ເຮັດໃຫ້ບັນດານິຕິກຳ ມີເນື້ອໃນລະອຽດ, ຈະແຈ້ງ, ຄົບຖ້ວນສົມບູນ, ຮັດກຸມ, ແທດຕົວຈິງ, ຈໍາກັດໄດ້ຊ່ອງຫວ່າງຕ່າງໆ, ສອດຄ່ອງກັບນິຕິກໍາ ທີ່ໄດ້ປະກາດນໍາໃຊ້ແລ້ວ, ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.
ຂ່າວ ແລະ ພາບ: ກົມປະຊາສໍາພັນ ຫສນຍ.

