Mundo

742800036_4346007765545138_7103623561132712746_n.jpg
Laos, Lao National Radio, Laosiano
2026-07-12 09:02:26
\u0e82\u0ec8\u0eb2\u0ea7\u0e9e\u0eb2\u0e81\u0e84\u0ec8\u0eb3 12 \u0e81\u0ecd\u0ea5\u0eb0\u0e81\u0ebb\u0e94 2026″,”delight_ranges”:[],”image_ranges”:[],”inline_style_ranges”:[],”aggregated_ranges”:[],”ranges”:[],”color_ranges”:[]},”id”:”UzpfSTEwMDA2Mzc3NDc1MDY4NjpWSzoxNDY0MzEzNjAyMzkwODIy ຂ່າວພາກຄ່ຳ 12 ກໍລະກົດ 2026 Facebook
745545377_890633623542170_4868360459002269116_n.png
Laos, Lao National Radio, Laosiano
2026-07-12 08:22:17
ເປີດຂະບວນການຂ່ຳນັບຮັບຕ້ອນກອງປະຊຸມວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ I ພິທີເປີດຂະບວນການຂ່ຳນັບຮັບຕ້ອນກອງປະຊຸມວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດການນຳພາຂອງພັກ, ພັດທະນາວຽກງານສື່ມວນຊົນ ໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ” ຈັດຂຶ້ນໃນວັນທີ 12 ກໍລະກົດ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປປລາວ ໃຫ້ກຽດ ເຂົ້າຮ່ວມ. ໂອກາດນີ້, ທ່ານ ຄຳພັນ ເຜີຍຍະວົງ ກ່າວວ່າ: ການເປີດຂະບວນການຄັ້ງນີ້, ບໍ່ພຽງແຕ່ເພື່ອຂໍ່ານັບຮັບຕ້ອນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ 1 ທີ່ຈະໄຂຂຶ້ນໃນມໍ່ໆນີ້ເທົ່ານັ້ນ, ແຕ່ຍັງເປັນໂອກາດອັນສະຫງ່າລາສີ ໃນການຮ່ວມກັນ ສະເຫຼີມສະຫຼອງ 76 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສື່ມວນຊົນລາວ ອີກດ້ວຍ. ຕະຫລອດໄລຍະ 76 ປີ ຜ່ານມາ, ສື່ມວນຊົນລາວ ໄດ້ເຮັດໜ້າທີ່ເປັນກະບອກສຽງອັນແຫຼມຄົມ ຂອງພັກ-ລັດ ແລະ ປະຊາຊົນ; ເປັນຂົວຕໍ່ອັນສໍາຄັນ ໃນການນໍາເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ລົງສູ່ຮາກຖານປະຊາຊົນ, ພ້ອມທັງສະທ້ອນຄວາມມຸ່ງມາດປາຖະໜາຂອງປະຊາຊົນ ຂຶ້ນສູ່ການນໍາຂັ້ນສູງ, ສື່ມວນຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດມາ. ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ທີ່ຈະຈັດຂຶ້ນໃນຄັ້ງນີ້ ບໍ່ພຽງແຕ່ການພົບປະເພື່ອທົບທວນວຽກງານຜ່ານມາເທົ່ານັ້ນ, ແຕ່ເປັນບາດກ້າວສໍາຄັນຂອງການສືບຕໍ່ຍົກສູງບົດບາດການນໍາພາຂອງພັກຕໍ່ວຽກງານສື່ມວນຊົນ ໃນໄລຍະໃໝ່. ໃນສະພາບການປັດຈຸບັນທີ່ໂລກໄດ້ກ້າວເຂົ້າສູ່ຍຸກດີຈິຕອນ ແລະ ເຕັກໂນໂລຊີປັນຍາປະດິດ (AI) ຢ່າງເຕັມຕົວ, ວຽກງານສື່ມວນຊົນຕ້ອງກາຍເປັນແນວໜ້າອັນແຫຼມຄົມຂອງວຽກງານແນວຄິດ-ອຸດົມການ, ເປັນເຄື່ອງມືສໍາຄັນໃນການປົກປັກຮັກສາແນວທາງ, ທັດສະນະ ແລະ ຜົນປະໂຫຍດລວມຂອງຊາດ-ຂອງປະຊາຊົນ. ມາຮອດປັດຈຸບັນ, ໂລກຂອງພວກເຮົາໄດ້ກ້າວເຂົ້າສູ່ຍຸກດີຈິຕອນ ແລະ ເຕັກໂນໂລຊີປັນຍາປະດິດ (AI) ຢ່າງເຕັມຕົວ, ວຽກງານສື່ມວນຊົນ ກໍຈໍາເປັນຕ້ອງໄດ້ມີການຫັນປ່ຽນຢ່າງແຂງແຮງ ເພື່ອໃຫ້ທັນກັບຍຸກສະໄໝ, ດັ່ງຄໍາຂວັນຂອງການຈັດງານໃນຄັ້ງນີ້ວ່າ: ເພີ່ມທະວີບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນ ໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ ນີ້ບໍ່ແມ່ນຄໍາຂວັນທາງຮູບການ, ແຕ່ແມ່ນຄວາມຮຽກຮ້ອງທາງການເມືອງອັນເປັນຈິງຕໍ່ທຸກຂັ້ນ, ທຸກພາກສ່ວນ ແລະ ທຸກສື່. ພ້ອມກັນນັ້ນ, ການ “ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່” ກໍແມ່ນການກຳນົດທິດໃຫ້ແຈ້ງວ່າ ວຽກງານສື່ມວນຊົນຕ້ອງພັດທະນາທັງດ້ານເນື້ອໃນ, ຮູບການ, ວິທີການນໍາສະເໜີ, ການຈັດຕັ້ງປະຕິບັດ ແລະ ຄຸນນະພາບຂອງຖັນແຖວ. ນີ້ຄືສິ່ງທ້າທາຍ ແລະ ກາລະໂອກາດ ທີ່ພວກເຮົາທຸກພາກສ່ວນ ໂດຍສະເພາະຊາວໜຸ່ມຄົນຮຸ່ນໃໝ່ ແລະ ນັກສື່ສານມວນຊົນ ຕ້ອງໄດ້ບຸກບືນຂຶ້ນ ເພື່ອຍົກລະດັບຄວາມຮູ້, ພັດທະນາການເລົ່າເລື່ອງ ແລະ ການນໍາໃຊ້ເຕັກໂນໂລຊີ ໃຫ້ເກີດປະໂຫຍດສູງສຸດໃນການປົກປ້ອງຊາດ ແລະ ສ້າງສັນສັງຄົມ. ທ່ານ ທອງລີ ສີສຸລິດ ກໍໄດ້ກ່າວວ່າ: ການຈັດການຄັ້ງນີ້ ເພື່ອປຸກລະດົມ ແລະ ສ້າງຂະບວນການອັນຟົດຟື້ນ, ກວ້າງຂວາງ ແລະ ມີເນື້ອໃນການເມືອງທີ່ເລິກເຊິ່ງໃນທົ່ວສັງຄົມ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ 1 ໃຫ້ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນສູງສຸດ; ເພື່ອສ່ອງແສງ ແລະ ຈາລຶກຄຸນງາມຄວາມດີ, ບົດບາດການນໍາພາອັນສະຫລາດສ່ອງໃສຂອງພັກ ຕໍ່ວຽກງານສື່ມວນຊົນລາວ ຕະຫລອດໄລຍະ 76 ປີ...
740389977_866076253244131_2140000560726126370_n.jpg
Laos, Lao National Radio, Laosiano
2026-07-12 01:59:11
\u0e82\u0ec8\u0eb2\u0ea7\u0e9e\u0eb2\u0e81\u0e97\u0ec8\u0ebd\u0e87 12\/07\/2026″,”delight_ranges”:[],”image_ranges”:[],”inline_style_ranges”:[],”aggregated_ranges”:[],”ranges”:[],”color_ranges”:[]},”id”:”UzpfSTEwMDA2Mzc3NDc1MDY4NjpWSzoxMDI2MDg2NTY5ODA5Nzg3 ຂ່າວພາກທ່ຽງ 12/07/2026 Facebook
742096317_3433933630112750_660093006956317005_n.jpg
Laos, Lao National Radio, Laosiano
2026-07-11 23:09:38
ສື່ມວນຊົນມີບົດບາດສຳຄັນໃນການນຳເອົາແນວທາງນະໂຍບາຍຂອງພັກລົງສູ່ມະຫາຊົນ ແລະ ເປັນຂົວຕໍ່ລະຫວ່າງພັກ-ລັດກັບມະຫາຊົນ. Facebook
744662071_1989735985065151_5755944790628257416_n.png
Laos, Lao National Radio, Laosiano
2026-07-11 03:23:31
ກິດຈະກໍາຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງວັນສ້າງຕັ້ງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຄົບຮອບ 75 ປີ ກິດຈະກໍາຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງວັນສ້າງຕັ້ງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ທີ 13 ກໍລະກົດ ຄົບຮອບ 75 ປີ ຕິດພັນກັບການໂຄສະນາຫຼຸດຜ່ອນອຸບັດເຫດຕາມທ້ອງຖະໜົນຈັດຂຶ້ນໃນຕອນເຊົ້າວັນທີ 11 ກໍລະກົດ 2026, ທີ່ ສວນປະຕູໄຊ ນະຄອນຫຼວງວຽງຈັນ ມີ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ, ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ເຫຼັກໄຫຼ ສີວິໄລ ມີຄຳເຫັນວ່າ: ຈຸດປະສົງການຈັດງງານຄັ້ງນີ້ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງກະຊວງໂຍທາທິການ ແລະ ຂົນສົ່ງ ທີ 13 ກໍລະກົດ ຄົບຮອບ 75 ປີ ຕິດພັນກັບການໂຄສະນາຫຼຸດຜ່ອນອຸບັດເຫດຕາມທ້ອງຖະໜົນ ພາຍໃຕ້ຄໍາຂວັນ: “ ທັນສະໄໝ, ສັນຈອນປອດໄພ, ກ້າວໄປຢ່າງຍືນຍົງ”. ໃນເດືອນເມສາ 2026, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຮ່ວມກັບ ອົງການປົກຄອງນະຄອນຫຼວງວຽງຈັນ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະຈຳປີ 2026. ໃນແຕ່ລະປີອຸບັດເຫດທາງຖະໜົນ ໄດ້ສ້າງຄວາມສູນເສຍຢ່າງມະຫາສານ ໃຫ້ແກ່ຊີວິດ, ຊັບສິນ ແລະ ຊັບພະຍາກອນມະນຸດຂອງຊາດເຮົາ. ຜ່ານການເກັບກຳຂໍ້ມູນ, ສາເຫດຕົ້ນຕໍທີ່ພາໃຫ້ເກີດຄວາມສູນເສຍ ແມ່ນມາຈາກ ການດື່ມສິ່ງມຶນເມົາແລ້ວຂັບຂີ່, ຂັບລົດໄວເກີນເຂດກຳນົດ. ສັງເກດເຫັນວ່າ ເມື່ອຂາດສະຕິຈາກລິດຂອງທາດເຫຼົ້າ, ຍານພາຫະນະທີ່ທ່ານຂັບ ຈະກາຍເປັນອາວຸດທີ່ທຳລາຍທັງຕົວທ່ານເອງ ແລະ ຄົນອ້ອມຂ້າງ. ການຈັດກິດຈະກໍາໃນມື້ນີ້ ຢັ້ງຢືນອີກເທື່ອໜຶ່ງເຖິງຄວາມເປັນຫ່ວງເປັນໄຍ, ຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບຂອງ ລັດຖະບານ ກໍຄື ອົງການປົກຄອງທ້ອງຖິ່ນ ຕໍ່ວຽກງານຄວາມປອດໄພທາງຫຼວງ, ເປັສການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ການຈະລາຈອນທາງບົກ, ຍຸດທະສາດແຫ່ງຊາດດ້ານຄວາມປອດໄພທາງຫຼວງ ແລະ ມະຕິຂອງອົງການສະຫະປະຊາຊາດ ກ່ຽວກັບການປັບປຸງຄວາມປອດໄພທາງຫຼວງໃນທົ່ວໂລກ, ເພື່ອໂຄສະນາ, ສ້າງສະຕິ ແລະ ປູກຈິດສໍານຶກ ໃຫ້ປະຊາຊົນທຸກຊັ້ນຄົນ ໃນທົ່ວສັງຄົມ ເຫັນໄດ້ໄພອັນຕະລາຍຂອງ ການລະເມີດກົດຈະລາຈອນ ເປັນຕົ້ນ: ການຂັບຂີ່ລົດໄວ, ການດື່ມສິ່ງມຶນເມົາແລ້ວຂັບລົດ ຊຶ່ງເປັນສາເຫດສ່ວນໃຫຍ່ໃນການເກີດອຸບັດເຫດ; ເຫັນໄດ້ຜົນກະທົບ ແລະ ຜົນສະທ້ອນຂອງການເກີດອຸບັດເຫດຕໍ່ການດໍາລົງຊີວິດຂອງຄົນໃນສັງຄົມ, ຕໍ່ເສດຖະກິດ ແລະ ການພັດທະນາຂອງຊາດ. ທ່ານ ເຫຼັກໄຫຼ ສີວິໄລ ຮຽກຮ້ອງມາຍັງທຸກພາກສ່ວນ, ທຸກຂະແໜງການ ແລະ ທົ່ວສັງຄົມ ຈົ່ງໄດ້ພ້ອມກັນຮ່ວມແຮງຮ່ວມໃຈປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ, ພ້ອມກັນ ໂຄສະນາປູກຈິດສໍານຶກກ່ຽວກັບວຽກງານຄວາມປອດໄພທາງຫຼວງໃຫ້ທົ່ວສັງຄົມຮັບຮູ້ ເພື່ອຈໍາກັດ ແລະ ຫຼຸດຜ່ອນອຸບັດເຫດທາງຫຼວງ, ເພື່ອປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນ-ຂອງຊາດ, ປົກປ້ອງສຸຂະພາບ ແລະ ສະຫວັດດີການສັງຄົມ. ພ້ອມນັ້ນ,...
740400095_1758485605145722_1652651666549759609_n.jpg
Laos, Lao National Radio, Laosiano
2026-07-10 20:53:31
ພາກຂ່າວທົ່ວໄປ ວັນທີ 11 ກໍລະກົດ 2026. Facebook
742110650_2038682873425368_6712845231591917888_n.jpg
Laos, Lao National Radio, Laosiano
2026-07-10 20:24:30
ຂ່າວຕາມເຫດການ ວັນທີ 11 ກໍລະກົດ 2026. Facebook
742997679_959968590419775_4233821885827522489_n.png
Laos, Lao National Radio, Laosiano
2026-07-10 09:14:39
ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງ ຊາດ ຊຸດທີ X ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ. ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ໄຂຂຶ້ນໃນວັນທີ 6 ກໍລະກົດ ແລະ ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 10 ກໍລະກົດ 2026, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງ ພັກ-ລັດ, ນາຍົກ-ຮອງນາຍົກ, ສະມາຊິກລັດຖະບານ ແລະ ສະພາຊິກສະພາແຫ່ງຊາດ ເຂົ້າຮ່ວມ. ທ່ານ ໄຊສົມພອນ ພົມວິຫານ ໄດ້ລາຍງານຜົນຂອງກອງປະຊຸມສະໄໝວິສາມັນ ຄັ້ງທີ 1 ຂອງສະພາແຫ່ງຊາດ ຊຸດທີ X ວ່າ: ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາ, ຮັບຮອງເອົາເນື້ອໃນສໍາຄັນຈໍານວນໜຶ່ງດັ່ງນີ້: ພິລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2026 ແລະ ທິດທາງ ແຜນການ 6 ເດືອນທ້າຍປີ 2026; ກອງປະຊຸມ ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງລັດຖະບານ ໃນການບໍລິຫານ, ບັນຊາ ໂດຍໄດ້ນໍາໃຊ້ທຸກທ່າແຮງ ແລະ ປຸກລະດົມປະຊາຊົນລາວບັນດາເຜົ່າເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາໃນ 6 ເດືອນຕົ້ນປີ 2026 ເຊິ່ງສາມາດເຮັດໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 5%; ມີການນໍາໃຊ້ເຄື່ອງມືທັນສະໄໝໃນການເກັບລາຍຮັບໄດ້ຕາມແຜນ ແລະ ຄາດຄະເນຈະລື່ນແຜນໃນທ້າຍປີ 2026; ອັດຕາເງິນເຟີ້ມີທ່າອ່ຽງຫຼຸດລົງ, ການແກ້ໄຂຄວາມທຸກຍາກໄດ້ຮັບການເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ. ກອງປະຊຸມ, ໄດ້ພິຈາລະນາ ແລະ ຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຊິ່ງເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ວາງອອກ; ກອງປະຊຸມ ເຫັນດີໂດຍພື້ນຖານ ຕໍ່ການກໍານົດໂຄງຮ່າງວາລະແຫ່ງຊາດສະບັບນີ້, ເວລາການຈັດຕັ້ງປະຕິບັດແຕ່ປີ 2027-2030 ເຊິ່ງສອດຄ່ອງຕາມແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ເຫັນດີຕໍ່ການກໍານົດທັດສະນະ, ຫຼັກການ, ຄາດໝາຍ, ທິດທາງ, ວຽກຈຸດສຸມໃຫຍ່ ແລະ ມາດຕະການຈັດຕັ້ງປະ ຕິບັດທີ່ລະອຽດສົມຄວນ; ກອງປະຊຸມໄດ້ພິຈາລະນາ, ຮັບ ຮອງເອົາການສ້າງ ແລະ ປັບປຸງກົດໝາຍ 2 ສະບັບ. ໃນນີ້, ກົດໝາຍ ວ່າດ້ວຍຄັງເງິນແຫ່ງລັດ (ສະບັບສ້າງໃໝ່) ແລະ ກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ ( ສະບັບປັບປຸງ) ເພື່ອໃຫ້ສອດຄ່ອງກັບການຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ...
743996048_2785798705119529_2405174980904388331_n.png
Laos, Lao National Radio, Laosiano
2026-07-10 09:07:58
ປະທານປະເທດ ຊົມເຊີຍນັກກິລາລາວ ສ້າງຜົນງານດີເດັ່ນສູ່ສາກົນ ໃນວັນທີ 10 ກໍລະກົດນີ້ ທີ່ສໍານັກງານປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຄູຝຶກ ແລະ ບັນດານັກກິລາລາວ ທີ່ມີຜົນງານອັນໂດດເດັ່ນ ໃນການເຂົ້າຮ່ວມການແຂ່ງຂັນລະດັບພາກພື້ນ ແລະ ສາກົນ ຊຶ່ງນຳພາຄະນະໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ. ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ກ່າວວ່າ: ກະຊວງສຶກສາທິການ ແລະ ກິລາ ຮູ້ສຶກເປັນກຽດ ແລະ ພາກພູມໃຈ ທີ່ໄດ້ມີໂອກາດນໍາພາຄະນະຄູຝຶກ ແລະ ບັນດານັກກິລາລາວ ທີ່ມີຜົນງານອັນໂດດເດັ່ນ ໃນການເຂົ້າຮ່ວມການແຂ່ງຂັນລະດັບພາກພື້ນ ແລະ ສາກົນ ເພື່ອມາເຂົ້າຢ້ຽມຂໍ່ານັບ ແລະ ລາຍງານຜົນສໍາເລັດ ຕໍ່ທ່ານປະທານປະເທດ, ໃນປີ 2026 ນັກກິລາລາວປະເພດຕ່າງໆ ໄດ້ເຂົ້າຮ່ວມແຂ່ງຂັນໃນລາຍການຕ່າງໆ ທີ່ສາກົນໄດ້ຈັດຂຶ້ນຢ່າງເປັນປົກກະຕິ ອັນພົ້ນເດັ່ນ ແມ່ນກິລາບານເຕະເຍົາວະຊົນ, ກິລາກະຕໍ້, ກິລາບານບ້ວງ ໄດ້ສ້າງຜົນງານໃນການເຂົ້າຮ່ວມແຂ່ງຂັນລາຍການຕ່າງໆ ສ້າງກຽດຊື່ສຽງໃຫ້ແກ່ປະເທດຊາດ ໂດຍສະເພາະນັກກິລາບານເຕະສະໂມສອນ W.I.G NAGA ຮຸ່ນອາຍຸ 13 ປີ (U-13) ສາມາດປ້ອງກັນແຊັມ ໃນການແຂ່ງຂັນລາຍການບານເຕະ Iber Cup 2026 ທີ່ປະເທດປອກຕຸຍການ ເປັນສະໄໝທີສອງຕິດຕໍ່ກັນ ໂດຍເອົາຊະນະທີມສະໂມສອນຈາກປະເທດເຈົ້າພາບ. ນອກຈາກນີ້, ນັກກິລາຮຸ່ນອາຍຸບໍ່ເກີນ 10 ປີ ກໍໄດ້ແຊັມເຊັ່ນກັນ ພ້ອມກັນນີ້ ນັກກິລາບານເຕະສະໂມສອນ ເບສະຫວັນ ຮຸ່ນອາຍຸ 10 ປີ (U10) ກໍໄດ້ຄວ້າແຊັມໃນການແຂ່ງຂັນລາຍການບານເຕະ VIETNAM INTERNATIONAL ACF FOOTBALL TOURNAMENT ທີ່ ສສ ຫວຽດນາມ, ນັກກິລາກະຕໍ້ ສາມາດຍາດ 4 ຫຼຽນຄໍາ, 1 ຫຼຽນເງິນ ແລະ 1 ຫຼຽນທອງ ໃນລາຍການ 2026 China Separtakraw Open and China Separtakraw Open of Lanxang-Mekong Cooperation ທີ່ ສປ ຈີນ, ນັກກິລາບານບ້ວງຍິງ ຮຸ່ນອາຍຸ 14 ປີ ສາມາດຍາດໄດ້ 2 ຫຼຽນຄໍາ 2 ຫຼຽນເງິນ ແລະ 1 ຫຼຽນທອງ ໃນການແຂ່ງຂັນບານບ້ວງ ຊີງຂັນລາຍການ TOA 3×3 Basketball Oudon Thailand ທີ່ປະເທດໄທ. ຜົນສຳເລັດ ແລະ ໄຊຊະນະຄັ້ງນີ້ ຍ້ອນຄວາມເສຍສະຫຼະທາງດ້ານເຫື່ອແຮງສະຕິປັນຍາຄວາມມານະອົດທົນໃນການຝຶກຊ້ອມ ຂອງຄະນະນຳຄູຝຶກ ແລະ ນັກກິລາ ທີ່ລວມເປັນຈິດໜຶ່ງໃຈດຽວກັນຂອງນັກກິລາທຸກໆຄົນ, ຕໍ່ກັບຜົນສຳເລັດດັ່ງກ່າວບໍ່ພຽງແຕ່ເປັນຄວາມພາກພູມໃຈຂອງສະຫະພັນ ແລະ ສະໂມສອນເທົ່ານັ້ນ...
741196593_1564369065271817_4070121434643281566_n.jpg
Laos, Lao National Radio, Laosiano
2026-07-10 03:49:28
ການປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X Facebook
Translate »