5 ປີ ຂໍ້ລິເລີ່ມການພັດທະນາໂລກ ນໍາເອົາຜົນປະໂຫຍດມາໃຫ້ແກ່ໂລກ, ລວມທັງ ສປປ ລາວ
ໃນໄລຍະ 5 ປີ ຜ່ານມາ, ບັນຫາ “ການພັດທະນາ” ໄດ້ກັບຄືນມາເປັນຄໍາຖາມສໍາຄັນຂອງໂລກອີກຄັ້ງ, ຫຼັງຈາກໂລກປະເຊີນໜ້າກັບການແພ່ລະບາດຂອງພະຍາດ, ຄວາມຂັດແຍ້ງ, ຄວາມບໍ່ ໝັ້ນຄົງດ້ານອາຫານ ແລະ ພະລັງງານ, ລວມທັງຄວາມຜັນຜວນຂອງເສດຖະກິດໂລກ, ຄວາມທ້າທາຍຂອງຫຼາຍປະເທດບໍ່ໄດ້ມີພຽງ “ຈະພັດທະນາແນວໃດ” ແຕ່ຍັງເປັນ “ຈະຮັກສາຜົນຂອງການພັດທະນາໃຫ້ຍືນຍົງຄືແນວໃດ” ແລະ “ຈະບໍ່ເຮັດແນວໃດເພື່ອບໍ່ໃຫ້ມີການປະຖິ້ມໃຜໄວ້ຢູ່ຂ້າງຫຼັງ.”
ໃນບໍລິບົດນີ້, ໃນເດືອນກັນຍາ 2021 ທ່ານ ສີຈິ້ນຜິງ, ປະທານປະເທດຈີນ ໄດ້ສະເໜີ “ຂໍ້ລິເລີ່ມການພັດທະນາໂລກ (GDI)” ໃນກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 76. ເນື້ອໃນຫຼັກຂອງຂໍ້ລິເລີ່ມນີ້ຢູ່ທີ່ການນຳເອົາ “ການພັດທະນາ” ກັບຄືນມາຢູ່ໃຈກາງຂອງວາລະການຮ່ວມມືສາກົນ ແລະ ການເຊື່ອມການພັດທະນາເຂົ້າກັບເປົ້າໝາຍການພັດທະນາແບບຍືນຍົງ 2030 ຂອງ ສປຊ.
ສິ່ງທີ່ນ່າສົນໃຈ ບໍ່ໄດ້ມີພຽງຊື່ຂອງຂໍ້ລິເລີ່ມ, ແຕ່ແມ່ນວິທີທີ່ GDI ພະຍາຍາມປ່ຽນຈາກ “ວິ ໄສທັດ” ໄປສູ່ “ການລົງມືປະຕິບັດ”. ຕາມຂໍ້ມູນ, ໃນ 5 ປີ ຜ່ານມາ, GDI ໄດ້ຮັບການສະໜັບສະ ໜູນຈາກຫຼາຍກວ່າ 130 ປະເທດ ແລະ ອົງການຈັດຕັ້ງສາກົນ, ໃນນີ້ ເກືອບ 100 ປະເທດ ແລະ ອົງການຈັດຕັ້ງສາກົນ-ພາກພື້ນ ໄດ້ລົງນາມໃນເອກະສານຮ່ວມມືກັບຈີນ. ຕໍ່ມາ, ປີ 2022 ໜ່ວຍເພື່ອນມິດຂອງ GDI ຖືກຈັດຕັ້ງຂຶ້ນພາຍໃຕ້ຂອບ ສປຊ ໂດຍມີ 68 ປະເທດເປັນສະມາຊິກກໍ່ຕັ້ງ, ຕໍ່ມາໄດ້ເພີ່ມຂຶ້ນເປັນ 88 ປະເທດ. ນອກນີ້ ໄດ້ຈັດຕັ້ງຄະນະເຮັດວຽກສົ່ງເສີມ GDI ເພື່ອປະສານການຮ່ວມມື ແລະ ເລັ່ງການປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ (SDGs) ໂດຍມີອົງການດ້ານການພັດທະນາຫຼາຍກວ່າ 20 ແຫ່ງ ເຂົ້າຮ່ວມ ເຊິ່ງສະທ້ອນໃຫ້ເຫັນວ່າ ການພັດທະນາຍັງເປັນວາ ລະຮ່ວມທີ່ຫຼາຍປະເທດທົ່ວໂລກໃຫ້ຄວາມສຳຄັນ.
ຢ່າງໃດກໍຕາມ, ຄວາມໝາຍຂອງ GDI ບໍ່ໄດ້ຢູ່ພຽງຈຳນວນປະເທດທີ່ເຂົ້າຮ່ວມ, ຫາກຢູ່ທີ່ຊັບ ພະຍາກອນ, ໂຄງການ ແລະ ຜົນປະໂຫຍດທີ່ GDI ໄດ້ສ້າງຂຶ້ນ. ໃນ 5 ປີ ຜ່ານມາ ມີການລະດົມຊັບພະຍາກອນດ້ານການພັດທະນາຫຼາຍກວ່າ 23 ຕື້ໂດລາ ໂດຍຜ່ານກອງທຶນສັນຕິພາບ ແລະ ການພັດທະນາຈີນ-ສປຊ, ກອງທຶນການພັດທະນາໂລກ, ກອງທຶນການຮ່ວມມືໃຕ້-ໃຕ້ ແລະ ກອງທຶນອື່ນໆ, ພ້ອມນີ້ ຍັງມີໂຄງການ “ນ້ອຍແຕ່ມີປະສິດທິຜົນ” ຫຼາຍກວ່າ 1,800 ໂຄງການໃນຫຼາຍກວ່າ 120 ປະເທດ, ໃນນັ້ນ ລວມທັງ ສປປ ລາວ ທີ່ໄດ້ຮັບຮັບການອະນຸມັດໂຄງການທັງໝົດ 100 ໂຄງການ, ລວມມູນຄ່າ 26 ລ້ານໂດລາ (ສະເພາະປີ 2025-2026 ໄດ້ຮັບ 10 ໂຄງການ, ມູນຄ່າ 2.8 ລ້ານກວ່າໂດລາ.)
ອີກໜຶ່ງຈຸດເດັ່ນ ແມ່ນການເນັ້ນໃສ່ການສ້າງຂີດຄວາມສາມາດໃຫ້ແກ່ບັນດາປະເທດໃນເຂດໂລກໃຕ້. ຈີນ ແລະ ຄູ່ຮ່ວມງານຂອງຕົນໄດ້ຈັດຕັ້ງປະຕິບັດຫຼາຍກວ່າ 2,000 ໂຄງການ ແລະ ໃຫ້ ການຝຶກອົບຮົມແກ່ຜູ້ຊ່ຽວຊານຫຼາຍກວ່າ 200,000 ຄົນ ນັບຕັ້ງແຕ່ GDI ເລີ່ມຕົ້ນ, ເຊິ່ງໄດ້ສ້າງຜົນປະໂຫຍດທີ່ຊັດເຈນໃນຫຼາຍກວ່າ 120 ປະເທດ. ສິ່ງນີ້ສະທ້ອນເຖິງການປ່ຽນຈາກການສະໜອງການຊ່ວຍເຫຼືອດ້ານວັດຖຸໄປສູ່ການເນັ້ນການເສີມສ້າງທຶນມະນຸດ, ຄວາມຊຳນານດ້ານເຕັກໂນໂລຊີ ແລະ ຂີດຄວາມສາມາດຂອງສະຖາບັນ.
ປັດຈຸບັນ, ຄວາມຄືບໜ້າໄປສູ່ເປົ້າໝາຍ SDGs ຍັງຊ້າກວ່າກໍານົດຢ່າງຫຼາຍ. ຂໍ້ມູນຫຼ້າສຸດຈາກ ສປຊ ໃຫ້ຮູ້ວ່າ: ຈາກ 139 ເປົ້າໝາຍທີ່ສາມາດປະເມີນໄດ້ ມີພຽງ 36% ທີ່ກໍາລັງເດີນໄປຕາມແຜນ. ຂະນະທີ່ໂລກຍັງປະເຊີນກັບຊ່ອງຫວ່າງດ້ານເງິນທຶນເພື່ອ SDGs ປະມານ 4 ພັນຕື້ໂດລາຕໍ່ປີ ແລະ ການຊ່ວຍເຫຼືອເພື່ອການພັດທະນາຈາກທາງການຫຼຸດລົງ 23% ໃນປີ 2025.
ຕົວເລກເຫຼົ່ານີ້ຊີ້ໃຫ້ເຫັນວ່າ: ການບັນລຸເປົ້າໝາຍການພັດທະນາຂອງໂລກບໍ່ສາມາດອາໄສແຫຼ່ງທຶນ ຫຼືໂຄງການແບບໃດແບບໜຶ່ງ, ແຕ່ຕ້ອງອາໄສການລະດົມທຶນ, ການຮ່ວມມືຈາກຫຼາຍຝ່າຍ, ການຖ່າຍທອດເຕັກໂນໂລຊີ ແລະອື່ນໆ. ດັ່ງນັ້ນ GDI ຈຶ່ງວາງຂອບເຂດຄວາມສຳຄັນໄວ້ກວ້າງ, ຕັ້ງ ແຕ່ການຫຼຸດຜ່ອນຄວາມທຸກຍາກ, ຄວາມໝັ້ນຄົງດ້ານອາຫານ, ສາທາລະນະສຸກ, ການເງິນເພື່ອການພັດທະນາ ຈົນເຖິງການພັດທະນາສີຂຽວ ແລະ ເສດຖະກິດດິຈິຕອນ ເຊິ່ງລ້ວນແຕ່ສອດຄ່ອງກັບ SDGs.
ໃນຂະນະທີ່ ສປຊ ຄາດວ່າຈະເລີ່ມກະກຽມວາລະການພັດທະນາຫຼັງປີ 2030 ໃນປີ 2027, ການປະສານງານທີ່ແໜ້ນແຟ້ນຂຶ້ນຈະເຮັດໃຫ້ GDI ມີບົດບາດຫຼາຍຂຶ້ນໃນວາລະການພັດທະນາສາກົນ.
ອີກດ້ານໜຶ່ງ, ການພັດທະນາສີຂຽວໃນຍຸກໃໝ່ບໍ່ໄດ້ໝາຍເຖິງພຽງການຫຼຸດການປ່ອຍກາກບອນ, ຫາກຍັງກ່ຽວຂ້ອງກັບອາຫານ, ອາຊີບ ແລະ ລາຍໄດ້ຂອງປະຊາຊົນ. ຈີນໄດ້ໃຫ້ຄວາມສຳຄັນຕໍ່ການພັດທະນາສີຂຽວພາຍໃຕ້ GDI. ຕົວຢ່າງ “ໂຄງການ Juncao” ໄດ້ນຳໃຊ້ຫຍ້າອະເນກປະສົງເພື່ອປູກເຫັດ ແລະ ໃຊ້ເປັນອາຫານສັດ ໂດຍບໍ່ຕ້ອງຕັດຕົ້ນໄມ້ ແລະຍັງຊ່ວຍຢັບຢັ້ງການກັດເຊາະດິນ ເຊິ່ງສະທ້ອນໃຫ້ເຫັນວ່າ ເຕັກນິກການຜະລິດສາມາດເຊື່ອມຕໍ່ກັບການອະນຸລັກປ່າ, ການຫຼຸດການກັດເຊາະດິນ ແລະ ການສ້າງລາຍໄດ້ໃຫ້ຊຸມຊົນ. ຈີນ ຍັງໄດ້ສະໜອງສິນຄ້າສາທາລະນະດ້ານດິຈິຕອນ ເຊັ່ນ: ດາວທຽມ, ແພລດຟອມອຸຕຸນິຍົມ MAZU, ຂໍ້ມູນດິຈິຕອນ ແລະ AI ທີ່ຊ່ວຍໃນດ້ານກະສິກຳ, ການຄາດຄະເນອາກາດ, ການຈັດການໄພພິບັດ ແລະ ອື່ນໆ ທີ່ຊ່ວຍໃຫ້ປະເທດກຳລັງພັດທະນາເສີມສ້າງຄວາມສາມາດດ້ານດິຈິຕອນ ແລະ ເຂົ້າຮ່ວມໃນຄື້ນການປ່ຽນແປງດ້ານເຕັກໂນໂລຊີຮອບໃໝ່.
ບົນເສັ້ນທາງແຫ່ງການພັດທະນາສູ່ຄວາມຈະເລີນຮຸ່ງເຮືອງ, ຈະບໍ່ປ່ອຍປະປະເທດໃດ ແລະ ຄົນຜູ້ໃດໜຶ່ງໄວ້ຢູ່ຂ້າງຫຼັງ, ເຊິ່ງເປັນວິໄສທັດຂອງ GDI ທີ່ສະເໜີໂດຍຈີນ ແລະ ກໍເປັນເປົ້າໝາຍທີ່ສົ່ງເສີມໂດຍ ສປຊ ເຊິ່ງໄດ້ນໍາເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ໂລກ.
ເວົ້າສະເພາະ ສປປ ລາວ, ພາຍໃຕ້ການຊ່ວຍໜູນຂອງຂໍ້ລິເລີ່ມ GDI ໄດ້ປະຕິບັດໂຄງການສະໜອງດ້ານໂພສະນາການແກ່ນັກຮຽນ 130.000 ກວ່າຄົນໃນໂຮງຮຽນ 1,400 ກວ່າແຫ່ງຢູ່ເຂດຫ່າງໄກສອກຫຼີກຂອງລາວ, ພ້ອມນີ້ ໃນຖານະເປັນໂຄງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນທີ່ສໍາ ຄັນຂອງໂຄງການເສັ້ນທາງລົດໄຟລາວ-ຈີນ ໄດ້ຍົກຍ້າຍ-ຈັດສັນປະຊາຊົນ 4 ບ້ານໃນ 4 ເມືອງຂອງ 3 ແຂວງພາກເໜືອຂອງລາວທັງໝົດ 349 ຄອບຄົວ ເຊິ່ງນໍາໄປສູ່ຊີວິດທີ່ນັບມື້ດີຂຶ້ນ.
ຂະນະທີ່ ລົດໄຟລາວ-ຈີນ ໄດ້ກາຍເປັນຫົວໃຈສໍາຄັນໃນການຊຸກຍູ້ການພັດທະນາເສດຖະກິດຂອງລາວ ແລະ ຈີນ ກໍຄື ພາກພື້ນ. ສ່ວນ ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟຂອງລາວ ທີ່ຈີນຊ່ວຍເຫຼືອມີນັກສຶກສາຮຽນຈົບຮຸ່ນທໍາອິດແລ້ວ 265 ຄົນ, ພ້ອມນີ້ ຈີນ ຍັງໃຫ້ບໍາລຸງສ້າງນັກວິຊາການເສັ້ນທາງລົດໃຫ້ແກ່ລາວແລ້ວຫຼາຍພັນຄົນ ແລະ ໄດ້ດຳເນີນໂຄງການຕ່າງໆ ຢູ່ລາວ ເຊັ່ນ: ໂຄງການສາທິດການຫຼຸດຜ່ອນຄວາມທຸກຍາກອາຊີຕາເວັນອອກ, ສົ່ງເສີມການພັດທະນາອຸດສາຫະກໍາທີ່ມີເອກະລັກທ້ອງຖິ່ນ ເຊັ່ນ: ການປູກຝັງ-ລ້ຽງສັດ, ຫັດຖະກຳດັ້ງເດີມ, ການທ່ອງທ່ຽວ ແລະ ອື່ນໆ.
ພາຍໃຕ້ຂໍ້ລິເລີ່ມ GDI ມີຫຼາຍໂຄງການໄດ້ຮັບການຈັດຕັ້ງປະຕິບັດຢູ່ລາວ ເຊິ່ງກວມເອົາ 8 ຂົງເຂດບູລິມະສິດຂອງຂໍ້ລິເລີ່ມດັ່ງກ່າວ. ໂຄງການຮ່ວມມືຕ່າງໆ ລະຫວ່າງ ລາວ-ຈີນ ໄດ້ເນັ້ນເຖິງຊີວິດການເປັນຢູ່ຂອງປະຊາຊົນ ແລະ ປະສິດທິຜົນດ້ານເສດຖະກິດ, ຂະນະທີ່ປັບປຸງສະພາບແວດລ້ອມດ້ານການດຳລົງຊີວິດຂອງທ້ອງຖິ່ນນັ້ນ ຍັງໄດ້ເປີດກວ້າງການສ້າງແຫຼ່ງລາຍຮັບຂອງປະຊາຊົນທ້ອງຖິ່ນ ຕື່ມອີກ, ເຊິ່ງເປັນການສະທ້ອນໃຫ້ເຫັນເຖິງ GDI ທີ່ໄດ້ນໍາເອົາຜົນປະໂຫຍດມາໃຫ້ແກ່ປະຊາຊົນ ແລະ ຍົກສູງຄວາມຮູ້ສຶກຂອງປະຊາຊົນລາວທີ່ໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ.
ຕະຫຼອດໄລຍະ 5 ປີຜ່ານມາ, ພຶດຕິກຳ ແລະ ໝາກຜົນທີ່ອຸດົມສົມບູນຂອງຂໍ້ລິເລີ່ມ GDI ສະແດງໃຫ້ເຫັນວ່າ: ຈີນໄດ້ສຸມຄວາມພະຍາຍາມເພື່ອສະແຫວງຫາຄວາມກ້າວໜ້າຂອງມວນມະນຸດ ແລະ ສະແຫວງຫາຄວາມປອງດອງຂອງໂລກ ຢ່າງສະເໝີຕົ້ນສະເໝີປາຍ, ໄດ້ສະໜອງແຜນການຂອງຈີນ ແລະ ການປະກອບສ່ວນຂອງຈີນເພື່ອບັນລຸການພັດທະນາຮ່ວມມກັນຂອງທຸກປະເທດໃນໂລກ. ຂະນະທີ່ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສົນທະນາລະດັບສູງໃນໂອກາດ GDI ຄົບຮອບ 5 ປີ ທີ່ຈັດຂຶ້ນຢູ່ສໍານັກງານໃຫຍ່ ສປຊ ເມື່ອບໍ່ດົນມານີ້ທຕ່າງຍ້ອງຍໍຊົມເຊີຍເປັນຢ່າງສູງວ່າ ຂໍ້ລິເລີ່ມດັ່ງກ່າວທີ່ນໍາເອົາຜົນປະໂຫຍດມາໃຫ້ແກ່ໂລກຢ່າງແທ້ຈິງ.
5 ປີຜ່ານມາ, ຂໍ້ລິເລີ່ມ GDI ໄດ້ກາຍເປັນຜະລິດຕະພັນສາທາລະນະ ແລະ ກາຍ ເປັນເວທີຮ່ວມມືສໍາຄັນທີ່ຈີນມອບໃຫ້ແກ່ປະຊາຄົມໂລກ, ເຊື່ອໝັ້ນວ່າ: ໃນ 5 ປີໜ້ານີ້ ກໍຄືໃນອະນາຄົດ ຈີນ ທີ່ຢືນຢັນຈະຮ່ວມມືກັບທຸກຝ່າຍ, ເຊິ່ງລວມທັງ ສປປ ລາວ ລົງເລິກການຮ່ວມມືພາຍໃຕ້ຂອບຂໍ້ລິເລີ່ມດັ່ງກ່າວ ຈະສືບຕໍ່ແບ່ງປັນໂອກາດທີ່ໄດ້ຈາກການພັດທະນາຄວາມທັນສະໄໝແບບຈີນ, ເລັ່ງລັດຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງ ສປຊ ເພື່ອຊຸກຍູ້ການພັດທະນາຂອງໂລກທີ່ນັບມື້ດີຂຶ້ນກວ່າກວ່າເກົ່າ ໂດຍບໍ່ປ່ອຍປະປະເທດໃດໜຶ່ງໄວ້ຂ້າງຫຼັງ.
ໂດຍ: BT, ວສລ