Mundo

717536227_2268950587243247_1016881688610873814_n.jpg
Laos, Lao National Radio, Laosiano
2026-06-07 07:59:05
\u0ea5\u0eb2\u0e8d\u0e81\u0eb2\u0e99\u0eae\u0ead\u0e9a\u0eae\u0eb9\u0ec9 07 \u0ea1\u0eb5\u0e96\u0eb8\u0e99\u0eb2 2026″,”delight_ranges”:[],”image_ranges”:[],”inline_style_ranges”:[],”aggregated_ranges”:[],”ranges”:[],”color_ranges”:[]},”id”:”UzpfSTEwMDA2Mzc3NDc1MDY4NjpWSzoxNDcyMjM1NDk3NTQxNTQx ລາຍການຮອບຮູ້ 07 ມີຖຸນາ 2026 Facebook
717425275_1636165778519232_1826975533583166103_n.jpg
Laos, Lao National Radio, Laosiano
2026-06-07 03:31:27
ແຂວງໄຊສົມບູນ ປະຕິບັດການຍ້ອງຍໍຢ່າງສົມກຽດ ຕໍ່ທິມຜູ້ຊ່ຽວຊານດໍານໍ້າໃນຖໍ້າ ແລະ ທິມກູ້ໄພ ທີ່ປະຕິບັດພາລະກິດຊ່ວຍເຫຼືອຜູ້ປະສົບໄພຕິດຄ້າງໃນຖໍ້າ ຢູ່ເມືອງລ້ອງແຈ້ງ. ພິທີມອບໃບຍ້ອງຍໍຂັ້ນລັດຖະບານ ແລະ ຂັ້ນແຂວງ ໃຫ້ທິມຜູ້ຊ່ຽວຊານດໍານໍ້າໃນຖໍ້າ ພ້ອມດ້ວຍທິມກູ້ໄພ ທັງພາຍໃນ ແລະ ຕ່າງປະເທດ ທີ່ຜ່ານການປະຕິບັດການຊອກຄົ້ນ ແລະ ຊ່ວຍເຫຼືອຜູ້ປະສົບໄພຕິດຄ້າງໃນຖໍ້າ ຢູ່ເຂດບ້ານພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໄດ້ຈັດຂຶ້ນຢ່າງສົມກຽດໃນຕອນແລງຂອງວັນທີ 6 ມິຖຸນາ 2026 ນີ້ ທີ່ສະໂມສອນກອງບັນຊາການທະຫານ ເມືອງລ້ອງແຈ້ງ ໂດຍການເຂົ້າຮ່ວມຂອງທ່ານ ພອຍຄໍາ ຮຸ່ງບຸນຍວງ, ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງໄຊສົມບູນ ພ້ອມດ້ວຍຄະນະນໍາຂອງແຂວງ, ການນໍາເມືອງລ້ອງແຈ້ງ ຕະຫຼອດຮອດພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນນີ້ ໃບຍ້ອງຍໍຂັ້ນລັດຖະບານ ໃຫ້ກຽດມອບໂດຍທ່ານ ພອຍຄໍາ ຮຸ່ງບຸນ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ແລະ ທ່ານ ນາງ ເພັດສະໄໝ ໂພໄຊຍະວົງ, ຮອງປະທານຄະນະກໍາມະການປົກຄອງ ແຂວງໄຊສົມບູນ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ໃບຍ້ອງຍໍຂັ້ນແຂວງໄຊສົມບູນ ໃຫ້ກຽດມອບໂດຍ ທ່ານ ບຸນຜອງ ຄໍາມະນີວົງ, ເລຂາຄະນະບໍລິຫານພັກ ເມືອງລ້ອງແຈ້ງ. ທັງນີ້ ກໍເພື່ອເປັນການສະແດງຄວາມຮູ້ບຸນຄຸນ, ຍ້ອງຍໍສັນລະເສີນ ແລະ ຍົກຍ້ອງເຊີດຊູກຽດອັນສູງສົ່ງ ຕໍ່ກັບຄວາມເສຍສະຫຼະ, ຄວາມກ້າຫານ ແລະ ຄວາມເປັນມືອາຊີບ ຂອງທິມຜູ້ຊ່ຽວຊານດໍານໍ້າໃນຖໍ້າ ແລະ ທິມກູ້ໄພທຸກພາກສ່ວນ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຮ່ວມແຮງຮ່ວມໃຈກັນປະຕິບັດໜ້າທີ່ຢ່າງຕັ້ງໜ້າ ຝ່າຟັນອຸປະສັກ ແລະ ຄວາມສ່ຽງຕ່າງໆ ຈົນສາມາດຊ່ວຍເຫຼືອຜູ້ປະສົບໄພອອກມາໄດ້ຢ່າງປອດໄພ ຊຶ່ງຖືເປັນຜົນງານອັນໃຫຍ່ຫຼວງ ແລະ ມີຄວາມໝາຍມະນຸດສະທໍາຢ່າງເລິກເຊິ່ງ. ຈາກນັ້ນ ໄດ້ມີພິທີບາສີສູ່ຂວັນ ໃຫ້ທິມຜູ້ຊ່ຽວຊານດໍານໍ້າໃນຖໍ້າ ແລະ ທິມກູ້ໄພ ຕາມຮີດຄອງປະເພນີ ເພື່ອຮຽກຂວັນໃຫ້ກັບມາຢູ່ກັບເນື້ອກັບຕົວ, ປັດເປົ່າສິ່ງບໍ່ດີຕ່າງໆ ຈາກການປະຕິບັດພາລະກິດຄັ້ງນີ້ໃຫ້ໝົດໄປ ຕາມຄວາມເຊື່ອທີ່ເຄີຍປະຕິບັດກັນມາ ເພື່ອອວຍພອນໄຊອັນປະເສີດ, ສົ່ງຄວາມປາປະຖາດີໃຫ້ທິມກູ້ໄພທຸກໆ ທ່ານ ມີສຸຂະພາບພະລະນາໄມທີ່ແຂງແຮງ, ມີຈິດໃຈທີ່ເຂັ້ມແຂງ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານ ແລະ ເດີນທາງກັບຄືນພູມລຳເນົາ ກໍຄືປະເທດຂອງຕົນ ດ້ວຍຄວາມສະຫວັດດີພາບ. ທີ່ມາ: ຈົດໝາຍຂ່າວໄຊສົມບູນ Facebook
719613212_968889775994341_4691470193916082632_n.jpg
Laos, Lao National Radio, Laosiano
2026-06-07 01:59:09
\u0e82\u0ec8\u0eb2\u0ea7\u0e9e\u0eb2\u0e81\u0e97\u0ec8\u0ebd\u0e87 07 \u0ea1\u0eb5\u0e96\u0eb8\u0e99\u0eb2 2026″,”delight_ranges”:[],”image_ranges”:[],”inline_style_ranges”:[],”aggregated_ranges”:[],”ranges”:[],”color_ranges”:[]},”id”:”UzpfSTEwMDA2Mzc3NDc1MDY4NjpWSzo0NDYxMzEzOTY0MTU4MjU5 ຂ່າວພາກທ່ຽງ 07 ມີຖຸນາ 2026 Facebook
Translate »