ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສປ ຈີນ
ຈັດພິທີໄວ້ອາໄລຕໍ່ການຈາກໄປ ຂອງສະຫາຍ ໄຊສົມພອນ ພົມວິຫານ
ໃນວັນທີ 10 ສິງຫາ 2026 ທີ່ນະຄອນຫຼວງປັກກິ່ງ, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສປ ຈີນ ໄດ້ຈັດພິທີໄວ້ອາໄລຕໍ່ການຈາກໄປ ຂອງສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ ປປ ລາວ, ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໂດຍມີ ສະຫາຍ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສປ ຈີນ ພ້ອມດ້ວຍບັນດາພະນັກງານສະຖານເອກອັກຄະລັດຖະທູດ ແລະ ຄອບຄົວ, ພະນັກງານລາວທີ່ພວມປະຕິບັດໜ້າທີ່, ພ້ອມດ້ວຍນັກຮຽນ-ນັກສຶກສາລາວ ເຂົ້າຮ່ວມ.
ການຈັດພິທີໄວ້ອາໄລຄັ້ງນີ້, ເປັນການສະແດງເຖິງຄວາມກະຕັນຍູ, ຮູ້ບຸນຄຸນ ແລະ ຄວາມເຄົາລົບຮັກທີ່ມີຕໍ່ ສະຫາຍ ໄຊສົມພອນ ພົມວິຫານ ເຊິ່ງເປັນໜຶ່ງໃນບັນດາການນຳຂັ້ນສູງພັກ-ລັດຂອງລາວ ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ແລະ ກໍາລັງກາຍ-ກໍາລັງໃຈ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໂດຍສະເພາະໃນຂົງເຂດນິຕິບັນຍັດ ແລະ ສະພາແຫ່ງຊາດ.
ສະຫາຍ ໄຊສົມພອນ ພົມວິຫານ ເກີດເມື່ອວັນທີ 12 ທັນວາ 1956 ໄດ້ເຖິງແກ່ມໍລະນະກຳໃນເວລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026 ດ້ວຍພະຍາດເສັ້ນເລືອດອັກເສບທີ່ຮ້າຍແຮງ, ລວມອາຍຸໄດ້ 70 ປີ. ການຈາກໄປໂດຍບໍ່ມີວັນກັບມາຂອງເພີ່ນ ເປັນການສູນເສຍອັນໃຫຍ່ຫຼວງ ຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ.


