ສປປ ລາວ ຢືນຢັນຄວາມພ້ອມໃນການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ (LDC status) ໃນປີ 2026 ແລະ ຢໍ້າຄືນຄວາມໝາຍໝັ້ນ ຕໍ່ ລະບົບການຮ່ວມມືຫຼາຍຝ່າຍ ຢູ່ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81
ໃນໂອກາດການກ່າວຄໍາປາໄສ ຕໍ່ ກອງປະຊຸມພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ ອົງການສະຫະປະຊາຊາດ (ສປຊ) ສະໄໝທີ 81 ພາຍໃຕ້ຄໍາຂັວນ: ການຟື້ນຟູຄວາມເຊື່ອໝັ້ນ, ບໍລິຫານການຫັນປ່ຽນໃຫ້ກາຍເປັນ ສປຊ ທີ່ໃຫ້ຜົນປະໂຫຍດແກ່ທຸກຄົນ”, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຢໍ້າຄືນຄວາມໝາຍໝັ້ນອັນໜັກແໜ້ນຂອງ ສປປ ລາວ ໃນການຮ່ວມມືກັບວົງຄະນະຍາດສາກົນ ເພື່ອຮັບມືກັບສິ່ງທ້າຍທາຍຂອງຍຸກສະໄໝໃໝ່, ຊຸກຍູ້ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ກ້າວອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC status) ຢ່າງມີຄຸນນະພາບ ແລະ ຍືນຍົງ. ໃນນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກຄວາມສໍາຄັນ ຂອງການຮ່ວມສາກົນ ໃນຂົງເຂດບູລິມະສິດດັ່ງນີ້:
ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຮ່ວມກັບບັນດາປະເທດສະມາຊິກ ສປຊ ຢໍ້າຄືນຄວາມໝາຍໝັ້ນ ຕໍ່ ລະບົບການຮ່ວມມືຫຼາຍຝ່າຍ ທີ່ມີອົງການ ສປຊ ເປັນແກນກາງ ເພື່ອຮັບປະກັນໃຫ້ແກ່ການພົວພັນສາກົນ ທີ່ມີຄວາມໝັ້ນຄົງ ແລະ ເອື້ອອໍານວຍໃຫ້ແກ່ການຮ່ວມມື ເພື່ອການພັດທະນາສາກົນ. ສໍາຄັນ, ທ່ານ ໄດ້ເນັ້ນຢໍ້າວ່າ ສັນຕິພາບທີ່ຍືນຍົງ ຈະເກີດຂຶ້ນໄດ້ກໍຕໍ່ເມື່ອປາສະຈາກການປະທະກັນດ້ວຍກຳລັງອາວຸດ ແລະ ການນໍາໃຊ້ມາດຕະການຝ່າຍດຽວ, ພ້ອມທັງຍົກສູງຄວາມສໍາຄັນ ຂອງການແກ້ໄຂຄວາມແຕກຕ່າງ ຜ່ານຂະບວນການທາງການທູດ ກໍຄືການປຶກສາຫາລື ໂດຍຍຶດໝັ້ນ ຕໍ່ ບັນດາຫຼັກການພື້ນຖານ ຂອງກົດບັດ ສປຊ ເປັນຕົ້ນແມ່ນ: ການເຄົາລົບອຳນາດອະທິປະໄຕ, ເອກະລາດ, ການບໍ່ແຊກແຊງກິດຈະການພາຍໃນ ແລະ ການແກ້ໄຂຂໍ້ຂັດແຍ່ງ ໂດຍສັນຕິວິທີ. ພ້ອມນີ້, ສປປ ລາວ ຍັງໄດ້ສະໜັບສະໜູນຂໍ້ລິເລີ່ມ ວ່າດ້ວຍການປະຕິຮູບຫຼັງ 80 ປີ ຂອງການສ້າງຕັ້ງອົງການ ສປຊ (UN80 Initiative) ເພື່ອປັບປຸງລະບົບອົງການ ສປຊ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ແທດເໝາະກັບສະພາບການສາກົນ ທີ່ມີການປ່ຽນແປງຢ່າງບໍ່ຢຸດຢັ້ງ.
ທ່ານ ທອງສະຫວັນ ພົມວິຫານ ໄດ້ກ່າວວ່າ ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຢ່າງເປັນທາງການ ໂດຍສະເພາະໃນໄລຍະຂ້າມຜ່ານ 3 ປີ (2026–2029) ແມ່ນຮຽກຮ້ອງໃຫ້ບັນດາປະເທດສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນທັງທາງດ້ານເຕັກນິກ ແລະ ການເຂົ້າເຖິງແຫລ່ງທຶນ, ທີ່ສາມາດຄາດຄະເນໄດ້ ແລະ ຕອບສະໜອງຄວາມຕ້ອງການທາງດ້ານການພັດທະນາ ໃນໄລຍະໃໝ່ ເພື່ອຮັບປະກັນການຂ້າມຜ່ານທີ່ໂລ່ງລຽນ, ຍືນຍົງ ແລະ ບໍ່ສາມາດກັບຄືນໄດ້. ສໍາຄັນ, ການຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວ ບໍ່ແມ່ນຈຸດສິ້ນສຸດ ຂອງວຽກງານການພັດທະນາ ແຕ່ເປັນບາດກ່າວໃໝ່ທີ່ສໍາຄັນ ຂອງການພັດທະນາປະເທດຊາດ.
ໃນຂົງເຂດວຽກງານການພັດທະນາ, ທ່ານ ຮອງນາຍົກລັດຖະມົນ ໄດ້ຖືໂອກາດນີ້ ຍົກໃຫ້ເຫັນເຖິງຄວາມພະຍາຍາມ ຂອງລັດຖະບານລາວ ເພື່ອສືບຕໍ່ວາລະການພັດທະນາແຫ່ງຊາດ ໂດຍການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 (2026–2030) ທີ່ສຸມໃສ່ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ການພັດທະນາຊັບພະຍາກອນມະນຸດ; ການຫັນປ່ຽນຈາກການເປັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໄປສູ່ ປະເທດເຊື່ອມຈອດ (transforming from landlocked to land-linked) ຜ່ານການພັດທະນາພື້ນຖານໂຄງລ່າງຍຸດທະສາດ ເຊັ່ນ: ເສັ້ນທາງລົດໄຟ ລາວ-ຈີນ, ແຜນການສ້າງເສັ້ນທາງລົດໄຟ ລາວ-ຫວຽດນາມ ສູ່ ທ່າເຮືອຫວຸ້ງອ່າງ ແນໃສ່ການສ້າງ ສປປ ລາວ ໃຫ້ກາຍເປັນປະເທດທີ່ມີລາຍຮັບປານກາງລະດັບສູງ (upper-middle income country) ພາຍໃນປີ 2055.
ສປປ ລາວ ຢືນຢັນຄວາມສຳຄັນຂອງຄວາມເປັນແກນກາງ ຂອງອາຊຽນ ໃນການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກ ຂອງພາກພື້ນ, ລວມທັງການລິເລີ່ມການຈັດຕັ້ງປະຕິບັດວິໄສທັດອາຊຽນ 2045 ເພື່ອສືບຕໍ່ຄວາມພະຍາຍາມໃນການສ້າງປະຊາຄົມອາຊຽນ ທີ່ມີຄວາມເຂັ້ມແຂງ ແລະ ຍືນຍົງ.
ພ້ອມກັນນັ້ນ, ໃນຖານະປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານຕົກຄ້າງແຕ່ປາງສົງຄາມ, ສປປ ລາວ ຢໍ້າຄືນຄວາມໝາຍໝັ້ນ ຕໍ່ ເປົ້າໝາຍການພັດທະນາແບບຍືນຍົງ 18 “ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ” (SDG 18: Lives from UXO) ທີ່ເປັນພື້ນຖານສໍາຄັນຂອງການຫຼຸດຜ່ອນຄວາມທຸກຍາກ ຢູ່ ສປປ ລາວ. ບົນຈິດໃຈດັ່ງກ່າວ, ສປປ ລາວ ມີຄວາມພາກພູມໃຈທີ່ໄດ້ສໍາເລັດການເປັນເຈົ້າພາບຈັດກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄັ້ງທີ 3 (3RC-CCM) ຢູ່ທີ່ ນະຄອນຫຼວງວຽງຈັນ ໃນເດືອນ ກັນຍາ 2026 ຜ່ານມານີ້່.
ໃນພາກສຸດທ້າຍຂອງການກ່າວຄໍາປາໄສ, ທ່ານ ຮອງນາຍົກລັດຖະມົນຕີ ຕາງໜ້າໃຫ້ແກ່ ລັດຖະບານ ແລະ ປະຊາຊົນລາວ ໄດ້ສະແດງຊົມເຊີຍ ຕໍ່ ທ່ານ António Guterres, ເລຂາທິການໃຫຍ່ ສປຊ ໃນໂອກາດທີ່ຈະສໍາເລັດການດໍາລົງຕໍາແໜ່ງໃນທ້າຍປີນີ້ ກໍຄືການປະກອບສ່ວນອັນສໍາຄັນ ຂອງທ່ານ ເລຂາທິການໃຫຍ່ ເຂົ້າໃນວຽກງານການພັດທະນາສາກົນ.
ພິເສດ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຢືນຢັນຄືນຄວາມໝາຍໝັ້ນ ຂອງ ສປປ ລາວ ໃນການສືບຕໍ່ຮ່ວມມືກັບວົງຄະນະຍາດສາກົນ ເພື່ອປະກອບສ່ວນເຂົ້າໃນເປົ້າໝາຍລວມຂອງການສ້າງໂລກ ທີ່ມີສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກ ໂດຍບໍ່ປະຖິ້ມໃຜໄວ້ທາງຫຼັງ.
ໃນວັນດຽວກັນ, ທ່ານ ຮອງນາຍົກລັດະມົນຕີ ໄດ້ໃຫ້ສຳພາດ ຕໍ່ ສະຖານີໂທລະພາບສາກົນຈີນ CGTN. ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖິງທັດສະນະ ຂອງສປປ ລາວ ຕໍ່ ບັນຫາສໍາຄັນ ພາຍໃຕ້ອົງການ ສປຊ ແລະ ວຽກງານການພັດທະນາແຫ່ງຊາດ ເປັນຕົ້ນແມ່ນ ຄວາມສໍາຄັນຂອງການຟື້ນຟູຄວາມເຊື່ອໝັ້ນ ຕໍ່ ລະບົບການຮ່ວມມືຫຼາຍຝ່າຍ, ບົດບາດສໍາຄັນ ຂອງປະເທດຂະໜາດນ້ອຍ ໃນການສົ່ງເສີມການພົວພັນທີ່ດີ ລະຫວ່າງບັນດາປະເທດມະຫາອຳນາດ, ສິ່ງທ້າທາຍ ແລະ ແຜນຮັບມື ຂອງ ສປປ ລາວ ພາຍຫຼັງຫຼຸດພົ້ນອອກຈາກສະຖານະພາບດ້ວຍພັດທະນາ ໃນທ້າຍປີ 2026 ແລະ ຜົນປະໂຫຍດຂອງການພົວພັນຮ່ວມມືທາງດ້ານເສດຖະກິດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໂດຍສະເພາະແມ່ນການປະກອບສ່ວນອັນລໍ້າຄ່າ ຂອງໂຄງການເສັ້ນທາງລົດໄຟ ລາວ-ຈີນ ເຂົ້າໃນແຜນຍຸດທະສາດ ຂອງລັດຖະບານລາວ ໃນການຫັນປ່ຽນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໄປສູ່ປະເທດເຊື່ອມຈອດ.













\u0eaa\u0e9b\u0e9b \u0ea5\u0eb2\u0ea7 \u0ea2\u0eb7\u0e99\u0ea2\u0eb1\u0e99\u0e84\u0ea7\u0eb2\u0ea1\u0e9e\u0ec9\u0ead\u0ea1\u0ec3\u0e99\u0e81\u0eb2\u0e99\u0eab\u0ebc\u0eb8\u0e94\u0e9e\u0ebb\u0ec9\u0e99\u0ead\u0ead\u0e81\u0e88\u0eb2\u0e81\u0eaa\u0eb0\u0e96\u0eb2\u0e99\u0eb0\u0e9e\u0eb2\u0e9a\u0e94\u0ec9\u0ead\u0e8d\u0e9e\u0eb1\u0e94\u0e97\u0eb0\u0e99\u0eb2 (LDC status) \u0ec3\u0e99\u0e9b\u0eb5 2026 \u0ec1\u0ea5\u0eb0 \u0ea2\u0ecd\u0ec9\u0eb2\u0e84\u0eb7\u0e99\u0e84\u0ea7\u0eb2\u0ea1\u0edd\u0eb2\u0e8d\u0edd\u0eb1\u0ec9\u0e99 \u0e95\u0ecd\u0ec8 \u0ea5\u0eb0\u0e9a\u0ebb\u0e9a\u0e81\u0eb2\u0e99\u0eae\u0ec8\u0ea7\u0ea1\u0ea1\u0eb7\u0eab\u0ebc\u0eb2\u0e8d\u0e9d\u0ec8\u0eb2\u0e8d \u0ea2\u0eb9\u0ec8 \u0eaa\u0eb0\u0ea1\u0eb1\u0e94\u0e8a\u0eb2\u0ec3\u0eab\u0e8d\u0ec8 \u0ead\u0ebb\u0e87\u0e81\u0eb2\u0e99\u0eaa\u0eb0\u0eab\u0eb0\u0e9b\u0eb0\u0e8a\u0eb2\u0e8a\u0eb2\u0e94 \u0eaa\u0eb0\u0ec4\u0edd\u0e97\u0eb5 81\n\n\u0ec3\u0e99\u0ec2\u0ead\u0e81\u0eb2\u0e94\u0e81\u0eb2\u0e99\u0e81\u0ec8\u0eb2\u0ea7\u0e84\u0ecd\u0eb2\u0e9b\u0eb2\u0ec4\u0eaa \u0e95\u0ecd\u0ec8 \u0e81\u0ead\u0e87\u0e9b\u0eb0\u0e8a\u0eb8\u0ea1\u0e9e\u0eb2\u0e81\u0ead\u0eb0\u0e9e\u0eb4\u0e9b\u0eb2\u0e8d\u0e97\u0ebb\u0ec8\u0ea7\u0ec4\u0e9b \u0e82\u0ead\u0e87\u0eaa\u0eb0\u0ea1\u0eb1\u0e94\u0e8a\u0eb2\u0ec3\u0eab\u0e8d\u0ec8 \u0ead\u0ebb\u0e87\u0e81\u0eb2\u0e99\u0eaa\u0eb0\u0eab\u0eb0\u0e9b\u0eb0\u0e8a\u0eb2\u0e8a\u0eb2\u0e94 (\u0eaa\u0e9b\u0e8a) \u0eaa\u0eb0\u0ec4\u0edd\u0e97\u0eb5 81 \u0e9e\u0eb2\u0e8d\u0ec3\u0e95\u0ec9\u0e84\u0ecd\u0eb2\u0e82\u0eb1\u0ea7\u0e99: \u0e81\u0eb2\u0e99\u0e9f\u0eb7\u0ec9\u0e99\u0e9f\u0eb9\u0e84\u0ea7\u0eb2\u0ea1\u0ec0\u0e8a\u0eb7\u0ec8\u0ead\u0edd\u0eb1\u0ec9\u0e99, \u0e9a\u0ecd\u0ea5\u0eb4\u0eab\u0eb2\u0e99\u0e81\u0eb2\u0e99\u0eab\u0eb1\u0e99\u0e9b\u0ec8\u0ebd\u0e99\u0ec3\u0eab\u0ec9\u0e81\u0eb2\u0e8d\u0ec0\u0e9b\u0eb1\u0e99 \u0eaa\u0e9b\u0e8a \u0e97\u0eb5\u0ec8\u0ec3\u0eab\u0ec9\u0e9c\u0ebb\u0e99\u0e9b\u0eb0\u0ec2\u0eab\u0e8d\u0e94\u0ec1\u0e81\u0ec8\u0e97\u0eb8\u0e81\u0e84\u0ebb\u0e99\