Laos

700970637_1306729908086340_3227592931937542667_n.jpg
Laos, Lao National Radio, Laosiano
2026-05-17 22:08:36
\u0ea5\u0eb2\u0e8d\u0e81\u0eb2\u0e99\u0e82\u0eb1\u0e9a\u0e82\u0eb5\u0ec8\u0e9b\u0ead\u0e94\u0ec4\u0e9e \u0ea1\u0eb7\u0ec9\u0e99\u0eb5\u0ec9\u0e99\u0eb1\u0e94\u0eaa\u0eb3\u0e9e\u0eb2\u0e94 \u0e9e\u0eb1\u0e99\u0ec2\u0e97 \u0ec4\u0ea1\u0eaa\u0eb8\u0e81\u0eaa\u0ecd\u0ead\u0eb5\u0e99\u0ec4\u0e8a \u0eae\u0ead\u0e87\u0eab\u0ebb\u0ea7\u0edc\u0ec9\u0eb2 \u0e9e\u0eb0\u0ec1\u0e99\u0e81\u0ec2\u0e84\u0eaa\u0eb0\u0e99\u0eb2\u0e81\u0ebb\u0ea1\u0e88\u0eb2\u0ea5\u0eb0\u0e88\u0ead\u0e99\u0eaa\u0eb0\u0eab\u0ebc\u0eb8\u0e9a\u0ead\u0eb8\u0e9a\u0eb1\u0e94\u0e95\u0eb4\u0ec0\u0eab\u0e94\u0e97\u0ebb\u0ec8\u0ea7\u0e9b\u0eb0\u0ec0\u0e97\u0e94\u0ec0\u0e94\u0eb7\u0ead\u0e99\u0ec0\u0ea1\u0eaa\u0eb2 \u0ec1\u0ea5\u0eb0 \u0e9e\u0eb1\u0e99\u0ec2\u0e97 \u0ead\u0eb3\u0e9e\u0ead\u0e99 \u0e84\u0eb3\u0ead\u0eb8\u0e99\u0e97\u0ead\u0e99 \u0eae\u0ead\u0e87\u0e9e\u0eb0\u0ec1\u0e99\u0e81\u0e88\u0eb2\u0ea5\u0eb2\u0e88\u0ead\u0e99\u0e8a\u0eb5\u0ec9\u0e99\u0eb3\u0e88\u0eb2\u0ea5\u0eb0\u0e88\u0ead\u0e99\u0ec0\u0ea1\u0eb7\u0ead\u0e87\u0ec4\u0e8a\u0ec0\u0eaa\u0e94\u0e96\u0eb2″,”delight_ranges”:[],”image_ranges”:[],”inline_style_ranges”:[],”aggregated_ranges”:[],”ranges”:[],”color_ranges”:[]},”id”:”UzpfSTEwMDA2Mzc3NDc1MDY4NjpWSzoxNDAwNTY5ODk4NTQ5Nzk2 ລາຍການຂັບຂີ່ປອດໄພ ມື້ນີ້ນັດສຳພາດ ພັນໂທ ໄມສຸກສໍອີນໄຊ ຮອງຫົວໜ້າ ພະແນກໂຄສະນາກົມຈາລະຈອນສະຫຼຸບອຸບັດຕິເຫດທົ່ວປະເທດເດືອນເມສາ ແລະ ພັນໂທ ອຳພອນ ຄຳອຸນທອນ ຮອງພະແນກຈາລາຈອນຊີ້ນຳຈາລະຈອນເມືອງໄຊເສດຖາ Facebook
700272492_1613966110739199_2182249048807747048_n.jpg
Laos, Lao National Radio, Laosiano
2026-05-16 03:50:48
ຄອສພ ທາບທາມບຸກຄະລາກອນສະໝັກເລືອກຕັ້ງຄະນະບໍລິຫານງານພັກ ສະໄໝທີ VI ຮອບ 3 ໃນວັນທີ 16 ພຶດສະພາ 2026ນີ້, ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມ ປະກອບຄຳເຫັນ ຕໍ່ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາວຽກງານໂຄສະນາອົບຮົມ ແລະ ທາບທາມບຸກຄະລາກອນທີ່ຈະສະໝັກເຂົ້າເປັນຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ VI (ຮອບທີ 3) ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຄະນະບໍລິຫານງານພັກ, ຄະນະຮັບຜິດຊອບລົງຊຸກຍູ້, ຕິດຕາມການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ທີ່ມາຈາກຄະນະຈັດຕັ້ງສູນກາງພັກ ແລະ ຄະນະກວດກາສູນກາງພັກ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ. ໃນພິທີ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການສຳຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ຜ່ານຮ່າງບົດລາຍງານການເມືອງຂອງຄະນະບໍລິຫານງານພັກຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V, ສະຫາຍ ຄຳກອງ ທຳມະເທວາ ຄະນະພັກ ຫົວໜ້າກົມອົບຮົມ ຜ່ານຮ່າງແຜນພັດທະນາວຽກງານ ໂຄສະນາອົບຮົມ ຂອງຄະນະໂຄສະນາອົບຮົມສູນກາງພັກ, ຈາກນັ້ນ ປະທານກອງປະຊຸມ ໄດ້ມີຄຳເຫັນເຈາະຈີ້ມ ໃຫ້ບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງລາຍງານດັ່ງກ່າວ ຊຶ່ງໄດ້ເນັ້ນໃຫ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງບົດລາຍງານການເມືອງຂອງຄະນະບໍລິຫານງານພັກຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V, ແຜນພັດທະນາວຽກງານໂຄສະນາອົບຮົມ ຂອງຄະນະໂຄສະນາອົບຮົມສູນກາງພັກ ໂດຍສະເພາະ ຕໍ່ເນື້ອໃນ, ສາເຫດ, ຈຸດດີ, ຈຸດອ່ອນ, ທິດທາງແຜນການ ແລະ ບັນດາວຽກຈຸດສຸມ ຂອງບັນດາຮ່າງລາຍງານດັ່ງກ່າວໃຫ້ມີເນື້ອໃນຄົບຖ້ວນ, ເລິກເຊິ່ງ ແລະ ສົມບູນ ເພື່ອຈະໄດ້ນຳເອົາເຂົ້າສະເໜີລາຍງານໃນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້. ຈາກນັ້ນ, ສະຫາຍ ພູຂົງ ພິລາເພັດ ຄະນະພັກ ຫົວໜ້າກົມກໍ່ສ້າງພັກ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ແລະ ຄະນະປະຈຳພັກ, ເລຂາ, ຮອງເລຂາຄະນະພັກ ແລະ ປະທານ, ຮອງ ປະທານກວດກາ, ໂອກາດດັ່ງກ່າວ ປະທານ ກອງປະຊຸມ ກໍໄດ້ມີຄຳເຫັນຊີ້ນຳ ໂດຍໄດ້ເນັ້ນໜັກໃນການເລືອກເອົາບຸກຄະລາກອນ ທີ່ຈະເອົາເຂົ້າມາບໍລິຫານ ວຽກງານ ຄອສພ ຕ້ອງໃຫ້ມີຄຸນນະພາບເພື່ອມາພັດທະນາວຽກງານໃຫ້ດີຂຶ້ນເປັນກ້າວໆ, ໃນນັ້ນ ໂຄງປະກອບ ຂອງຄະນະບໍລິຫານງານຊຸດນີ້ ກໍໃຫ້ມີທຸກກົມ ເພື່ອເປັນຫຼັກແຫຼ່ງໃນການຊີ້ນໍາ – ນຳພາ ແລະ ໃຫ້ມີ ເພດຍິງ-ເພດຊາຍ ປະກອບເຂົ້າໃນຄະນະບໍລິຫານ ຂອງ ຄອສພ, ໃນນັ້ນກໍໄດ້ດຳເນີນການປ່ອນບັດທາບທາມ ຮອບທີ 3; ຫຼັງຈາກສຳເລັດການປ່ອນບັດທາບທາມ ຮອບທີ 3 ແລ້ວ, ສະຫາຍ ປະທານກອງປະຊຸມ ກໍໄດ້ ໃຫ້ກຽດໂອ້ລົມ ອີກດ້ວຍ. ຂ່າວ-ພາບ: ສຳນານ Facebook
700306172_1613905187411958_3883402419421007349_n.jpg
Laos, Lao National Radio, Laosiano
2026-05-16 02:11:09
ຄະນະຜູ້ແທນຂັ້ນສູງ ກະຊວງ ປກສ ສຳເລັດການເຄື່ອນໄຫວສັນທະວະໄມຕີ ຢ່າງເປັນທາງການ ທີ່ຣາຊະອານາຈັກ ກຳປູເຈຍ ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ນຳໂດຍ ທ່ານ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ພ້ອມດ້ວຍຄະນະ ແລະ ການນຳແຂວງອັດຕະປື, ແຂວງຈໍາປາສັກ ໄດ້ເດີນທາງຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສອງຝ່າຍ ທີ່ຣາຊະອານາຈັກກຳປູເຈຍ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 13-14 ພືດສະພາ 2026. ການເຄື່ອນໄຫວສັນທະວະໄມຕີ ຣາຊະອານາຈັກກໍາປູເຈຍ ຂອງຄະນະຜູ້ແທນຂັ້ນສູງກະຊວງ ປກສ ລາວ ໃນຄັ້ງນີ້ ເພື່ອເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມື ແລະ ຄວາມສາມັກຄີທີ່ມີມາແຕ່ດົນນານ ໃຫ້ນັບມື້ແໜ້ນແຟ້ນ, ເລິກເຊິ່ງ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ. ພ້ອມກັນນັ້ນ, ກໍເພື່ອເຂົ້າຮ່ວມກອງປະຊຸມສະຫຼຸບຖອດຖອນບົດຮຽນ ແລະ ທົບທວນຄືນບົດບັນທຶກການຮ່ວມມືສອງຝ່າຍລະຫວ່າງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງພາຍໃນ ຣາຊະອານາຈັກກຳປູເຈຍ ທີ່ໄດ້ຮ່ວມກັນລົງນາມ ໃນໄລຍະຜ່ານມາ. ຄະນະຜູ້ແທນ ທັງສອງຝ່າຍ, ໄດ້ພ້ອມກັນຕີລາຄາສະພາບການຂອງໂລກ ແລະ ພາກພື້ນທີ່ມີການຜັນແປໄປຢ່າງສະຫຼັບຊັບຊ້ອນ ມີທັງກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງ ຕໍ່ລາວ ແລະ ກຳປູເຈຍ ແຕ່ເຖິງຢ່າງໃດກໍ່ຕາມ ພັກ-ລັດຖະບານລາວ ແລະ ກຳປູເຈຍເວົ້າລວມ ເວົ້າສະເພາະ ກໍຄື ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງພາຍໃນ ຣາຊະອານາຈັກ ກຳປູເຈຍ ກໍນັບມື້ນັບເພີ່ມທະວີການພົວພັນຮ່ວມມືໃຫ້ແໜ້ນແຟ້ນເລິກເຊິ່ງຂຶ້ນກວ່າເກົ່າ ເພື່ອຕອບຕ້ານຄົນບໍ່ດີທີ່ຫວັງທຳລາຍມ້າງເພການພົວພັນຮ່ວມມືລະຫວ່າງສອງປະເທດ. ພ້ອມນັ້ນ, ຍັງໄດ້ຮ່ວມມືກັນສຸມໃສ່ສະກັດກັ້ນ ແລະ ແກ້ໄຂບັນຫາຫຍໍ້ຕ່າງໆໃຫ້ຫຼຸດນ້ອຍລົງ. ໃນໄລຍະ 1 ປີ ຜ່ານມາ,ກະຊວງປ້ອງກັນຄວາມສະ ຫງົບ ສປປ ລາວ ແລະ ກະຊວງພາຍໃນ ຣາຊະອານາຈັກກຳປູເຈຍ ໄດ້ມີການແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ ເປັນປົກກະຕິ, ໄດ້ຮ່ວມມືໃນຂົງເຂດວຽກງານວິຊາສະເພາະປ້ອງກັນຄວາມສະຫງົບທາງດ້ານການເມືອງ- ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍຕາມເຂດຊາຍ ແດນຕິດຈອດ ພົ້ນເດັ່ນແມ່ນການຮ່ວມມືກັນສະກັດກັ້ນຕ້ານປະກົດການຫຍໍ້ທໍ້ໃນສັງຄົມເຮັດໃຫ້ສອງປະເທດມີຄວາມສະຫງົບ ປະຊາຊົນໄປມາຫາສູ່ກັນຢ່າງມີຄວາມສະດວກສະບາຍ ແລະ ມີຄວາມປອດໄພ. ສຳລັບທິດທາງແຜນການຮ່ວມມື ປະຈຳປີ 2026 ທັງສອງຝ່າຍໄດ້ເປັນເອກພະພາບຮ່ວມມືກັນໃນຫຼາຍຂົງເຂດຮັກສາຄວາມສະຫງົບ ເຊັ່ນ: ການຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຕາມບໍລິເວນຊາຍແດນ, ການຮ່ວມມືໃນການປ້ອງກັນສະກັດກັ້ນ ແລະ ປາບປາມອາຊະຍາກຳຂ້າມຊາຍແດນ, ການຮ່ວມມືອໍານວຍຄວາມສະດວກໃນການເຂົ້າ-ອອກເມືອງ ແລະ ຮັກສາຄວາມປອດໄພໃຫ້ແກ່ປະຊາຊົນຂອງສອງຊາດໃນເວລາເຄື່ອນໄຫວ ຢູ່ປະເທດຂອງຝ່າຍໃດຝ່າຍໜຶ່ງ, ການຮ່ວມມືໃນການປ້ອງກັນ ແລະ ປາບປາມຢາເສບຕິດຕາມຂອບເຂດຊາຍແດນ, ການຮ່ວມມືດ້ານວຽກງານຕ້ານການຄ້າມະນຸດ ແລະ ການຮ່ວມມືແລກປ່ຽນການຢ້ຽມຢາມຄະນະຜູ້ແທນດ້ວຍກັນ. ໃນພິທີ, ກໍໄດ້ມີການລົງນາມບົດບັນທຶກວ່າດ້ວຍການຮ່ວມມື ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ...
699072209_2200752754029869_6640115207412604405_n.jpg
Laos, Lao National Radio, Laosiano
2026-05-15 20:40:46
ພາກຂ່າວທົ່ວໄປ ວັນທີ 16 ພຶດສະພາ 2026. Facebook
702176795_967280852830224_4774164125994704891_n.jpg
Laos, Lao National Radio, Laosiano
2026-05-15 20:17:41
ຂ່າວຕາມເຫດການ ວັນທີ 16 ພຶດສະພາ 2026. Facebook
700246047_1613248070811003_2988098939797650034_n.jpg
Laos, Lao National Radio, Laosiano
2026-05-15 09:34:41
ລັດຖະມົນຕີກະຊວງ ປກສ ສຳເລັດການເຂົ້າຮ່ວມກອງປະຊຸມສອງຝ່າຍ ທີ່ຣາຊະອານາຈັກກຳປູເຈຍ ໃນຕອນຄໍ່າຂອງວັນທີ 14 ພຶດສະພາ 2026, ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ສປປ ລາວ ພາຍຫຼັງສຳເລັດເຂົ້າຮ່ວມກອງປະຊຸມສອງຝ່າຍລະດັບລັດຖະມົນຕີ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງ ຣາຊະອານາຈັກກຳປູເຈຍ, ໃຫ້ການຕ້ອນຮັບ ໂດຍ ພົຕ ໜູຈອນ ກ້ອນທອງດຳ ຮອງລັດຖະມົນຕີ ກະຊວງ ປກສ, ທ່ານ ກະຣອງ ພະນັງ ເອກອັກຄະຣາຊະທູດ ວິສາ ມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາ ຈັກກຳປູເຈຍ ປະຈຳ ສປປ ລາວ ແລະ ຄະນະນຳ,ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ. ​ກອງປະຊຸມສອງຝ່າຍ ໃນຄັ້ງນີ້, ໄດ້ຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 13-14 ພຶດສະພາ 2026 ທີ່ ຣາຊະອານາ ຈັກກຳປູເຈຍ ເພື່ອເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມື ແລະ ຄວາມສາມັກຄີທີ່ມີມາແຕ່ດົນນານໃຫ້ນັບມື້ແໜ້ນແຟ້ນ, ເລິກເຊິ່ງ ແລະ ເກີດດອກອອກຜົນ.ພ້ອມກັນນັ້ນ, ກໍໄດ້ສະຫຼຸບຖອດຖອນບົດຮຽນ ແລະ ທົບທວນຄືນບົດບັນທຶກການຮ່ວມມືສອງຝ່າຍລະຫວ່າງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງພາຍໃນ ຣາຊະອານາຈັກກຳປູເຈຍ ທີ່ໄດ້ຮ່ວມກັນລົງນາມ ໃນໄລຍະຜ່ານມາ. ພ້ອມນັ້ນ, ຍັງໄດ້ຮ່ວມມືກັນສຸມໃສ່ສະກັດກັ້ນ ແລະ ແກ້ໄຂບັນຫາຫຍໍ້ຕ່າງໆໃຫ້ຫຼຸດໜ້ອຍຖອຍລົງ,ເຊິ່ງຖືເປັນຂີດໝາຍສຳຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງ ຊາດ ລາວ-ກຳປູເຈຍ ໂດຍສະເພາະ ການພົວພັນ ລະຫວ່າງ ສອງກະຊວງ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ. ຂ່າວ: ສັນຕິສຸກ Facebook
698990229_1283818877194982_6768305466328194523_n.jpg
Laos, Lao National Radio, Laosiano
2026-05-15 06:37:15
ນັກກິລາເຍົາວະຊົນລາວອາຍຸບໍ່ເກີນ 11 ປີ ຈາກສະໂມສອນນາຄາ ໄດ້ສຳເລັດການເຂົ້າຮ່ວມແຂ່ງຂັນບານເຕະເຍົາວະຊົນໂລກ ທີ່ປະເທດແອັດສະປາຍ ໄດ້ເດີນທາງກັບລາວແລ້ວໃນວັນທີ 10 ພຶດສະພາ 2026. Facebook
Translate »