ລັດຖະມົນຕີກະຊວງ ປກສ ສຳເລັດການເຂົ້າຮ່ວມກອງປະຊຸມສອງຝ່າຍ ທີ່ຣາຊະອານາຈັກກຳປູເຈຍ
ໃນຕອນຄໍ່າຂອງວັນທີ 14 ພຶດສະພາ 2026, ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ສປປ ລາວ ພາຍຫຼັງສຳເລັດເຂົ້າຮ່ວມກອງປະຊຸມສອງຝ່າຍລະດັບລັດຖະມົນຕີ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງ ຣາຊະອານາຈັກກຳປູເຈຍ, ໃຫ້ການຕ້ອນຮັບ ໂດຍ ພົຕ ໜູຈອນ ກ້ອນທອງດຳ ຮອງລັດຖະມົນຕີ ກະຊວງ ປກສ, ທ່ານ ກະຣອງ ພະນັງ ເອກອັກຄະຣາຊະທູດ ວິສາ ມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາ ຈັກກຳປູເຈຍ ປະຈຳ ສປປ ລາວ ແລະ ຄະນະນຳ,ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມສອງຝ່າຍ ໃນຄັ້ງນີ້, ໄດ້ຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 13-14 ພຶດສະພາ 2026 ທີ່ ຣາຊະອານາ ຈັກກຳປູເຈຍ ເພື່ອເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມື ແລະ ຄວາມສາມັກຄີທີ່ມີມາແຕ່ດົນນານໃຫ້ນັບມື້ແໜ້ນແຟ້ນ, ເລິກເຊິ່ງ ແລະ ເກີດດອກອອກຜົນ.ພ້ອມກັນນັ້ນ, ກໍໄດ້ສະຫຼຸບຖອດຖອນບົດຮຽນ ແລະ ທົບທວນຄືນບົດບັນທຶກການຮ່ວມມືສອງຝ່າຍລະຫວ່າງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງພາຍໃນ ຣາຊະອານາຈັກກຳປູເຈຍ ທີ່ໄດ້ຮ່ວມກັນລົງນາມ ໃນໄລຍະຜ່ານມາ.
ພ້ອມນັ້ນ, ຍັງໄດ້ຮ່ວມມືກັນສຸມໃສ່ສະກັດກັ້ນ ແລະ ແກ້ໄຂບັນຫາຫຍໍ້ຕ່າງໆໃຫ້ຫຼຸດໜ້ອຍຖອຍລົງ,ເຊິ່ງຖືເປັນຂີດໝາຍສຳຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງ ຊາດ ລາວ-ກຳປູເຈຍ ໂດຍສະເພາະ ການພົວພັນ ລະຫວ່າງ ສອງກະຊວງ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.
ຂ່າວ: ສັນຕິສຸກ

