ກອງປະຊຸມສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I
ກອງປະຊຸມສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: ເພີ່ມທະວີບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນ ໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດນີ້, ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນກຽດເຂົ້າຮ່ວມເຜີຍແຜ່ເອກະສານຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ປະທານສະພາທິດສະດີສູນກາງພັກ, ໂດຍການເປັນປະທານຂອງທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານສະພາທິດສະດີສູນກາງພັກ, ມີຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ມີບັນດາການນໍາພັກ-ລັດ, ຜູ້ແທນສື່ມວນຊົນສູນກາງ ແລະ ທ້ອງຖິ່ນ ທົ່ວປະເທດເຂົ້າຮ່ວມ.
ໃນກອງປະຊຸມໄດ້ເຊື່ອມຊຶມ ເອກະສານເພີ່ມທະວີບົດບາດການນໍາພາຂອງພັກ ຕໍ່ວຽກງານສື່ມວນຊົນ ແລະ ຈັນຍາບັນສື່ມວນຊົນ ໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ກິແກ້ວ ໄຂຄໍາພິທູນ ໂດຍໄດ້ຍົກໃຫ້ເຫັນ ສື່ມວນຊົນ ເປັນເຄື່ອງມືທາງດ້ານການເມືອງ-ແນວຄິດ ຂອງບັນດາອົງການຈັດຕັ້ງໃນລະບົບການເມືອງ ຊຶ່ງມີພັກເປັນແກນນໍາ. ປັດຈຸບັນສື່ໄດ້ກາຍເປັນພາຫະນະສື່ສານຕົ້ນຕໍທີ່ສໍາຄັນກວ້າງຂວາງທີ່ສຸດ ທີ່ຜູກພັນລະຫວ່າງ ພັກ-ລັດ ກັບ ປະຊາຊົນ; ດ້ານໜຶ່ງ ເປັນຜູ້ນໍາເອົາທັດສະນະແນວຄິດ, ທິດສະດີປະຕິວັດ, ແນວທາງ, ແຜນນະໂຍບາຍ ຂອງພັກ, ລະບຽບກົດໝາຍ ຂອງລັດ ໄປສູ່ປະຊາຊົນ; ອີກດ້ານໜຶ່ງ ເປັນຜູ້ນໍາເອົາຄວາມຄິດຄວາມເຫັນ, ແນວຄິດຈິດໃຈ, ຄວາມມຸ່ງມາດປາຖະໜາ ຂອງປະຊາຊົນ ມາສ່ອງແສງໃຫ້ ພັກ-ລັດ ໄດ້ຮັບຊາບ. ດັ່ງນັ້ນ, ຈຶ່ງເວົ້າໄດ້ວ່າ: “ສື່ມວນຊົນກາຍເປັນຂົວຕໍ່ທີ່ສໍາຄັນທີ່ສຸດລະຫວ່າງ ພັກ-ລັດ ກັບ ປະຊາຊົນບັນດາເຜົ່າ”; ທ່ານໄດ້ຍົກໃຫ້ເຫັນຄວາມສໍາຄັນ ແລະ ຄວາມຈໍາເປັນຕ້ອງເພີ່ມທະວີການນໍາພາຂອງພັກ ຕໍ່ສື່ມວນຊົນ; ສະພາບການນໍາພາຂອງພັກຕໍ່ສື່ມວນຊົນໃນໄລຍະຜ່ານມາ, ດ້ານດີ, ຜົນສໍາເລັດ, ບັນຫາທ້າທາຍ; ທັດສະນະຂອງພັກ ໃນການເພີ່ມທະວີບົດບາດການນໍາພາຕໍ່ສື່ມວນຊົນ; ທິດທາງເພີ່ມທະວີບົດບາດຕໍ່ສື່ມວນຊົນ. ພ້ອມນີ້, ຍັງຍົກໃຫ້ເຫັນຄວາມສໍາຄັນຂອງຈັນຍາບັນສື່ມວນຊົນ; ເນື້ອໃນຈັນຍາບັນສື່ມວນຊົນ; ສະພາບການປະຕິບັດຈັນຍາບັນສື່ມວນຊົນລາວທີ່ຜ່ານມາ; ຍົກສູງຈັນຍາບັນຂອງສື່ມວນຊົນໃນຕໍ່ໜ້າ. ຈາກນັ້ນ, ທ່ານ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າ ຄອສພ, ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດເຜີຍແຜ່ກົດໝາຍສື່ມວນຊົນ ແລະ ນິຕິກໍາທີ່ກ່ຽວຂ້ອງ ພ້ອມທັງມີຄໍາເຫັນເຈາະຈີ້ມ ເພື່ອໃຫ້ຜູ້ແທນສື່ມວນຊົນກອງປະຊຸມປະກອບຄໍາຄິດຄໍາເຫັນ.
ກອງປະຊຸມສຳມະນາເຊື່ອມຊຶມເອກະສານໃນຄັ້ງນີ້, ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ຊຶ່ງເປັນການກະກຽມຄວາມພ້ອມທາງດ້ານທິດສະດີ ແລະ ພຶດຕິກຳ ກ່ອນຈະກ້າວເຂົ້າສູ່ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 14–15 ກໍລະກົດນີ້. ການເຊື່ອມຊຶມເອກະສານໃນຄັ້ງນີ້, ເພື່ອເຮັດໃຫ້ຖັນແຖວພະນັກງານນໍາພາ-ຄຸ້ມຄອງ ແລະ ນັກຮົບສື່ມວນຊົນທັງໝົດກຳແໜ້ນທັດສະນະ, ຫຼັກການ ແລະ ການເພີ່ມທະວີບົດບາດການນໍາພາຂອງພັກ ຕໍ່ວຽກງານສື່ມວນຊົນ; ຍົກສູງຈັນຍາບັນວິຊາຊີບ ແລະ ເຊື່ອມຊຶມບັນດານິຕິກຳລຸ່ມກົດໝາຍ ເພື່ອຫັນປ່ຽນວຽກງານສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ. ໂອກາດນີ້, ຜູ້ແທນສື່ມວນຊົນໄດ້ພ້ອມກັນປະກອບຄໍາເຫັນຢ່າງກົງໄປກົງມາ ເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມຈຳເປັນພາວະວິໄສ ໃນການເພີ່ມທະວີບົດບາດການນໍາພາຂອງພັກ ຕໍ່ສື່ມວນຊົນ ແລະ ການເຊີດຊູຈັນຍາບັນຂອງນັກຂ່າວປະຕິວັດ.
ຂ່າວ:ປຊຊ



