ຄອສພ ທາບທາມບຸກຄະລາກອນສະໝັກເລືອກຕັ້ງຄະນະບໍລິຫານງານພັກ ສະໄໝທີ VI ຮອບ 3
ໃນວັນທີ 16 ພຶດສະພາ 2026ນີ້, ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມ ປະກອບຄຳເຫັນ ຕໍ່ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາວຽກງານໂຄສະນາອົບຮົມ ແລະ ທາບທາມບຸກຄະລາກອນທີ່ຈະສະໝັກເຂົ້າເປັນຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ VI (ຮອບທີ 3) ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຄະນະບໍລິຫານງານພັກ, ຄະນະຮັບຜິດຊອບລົງຊຸກຍູ້, ຕິດຕາມການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ທີ່ມາຈາກຄະນະຈັດຕັ້ງສູນກາງພັກ ແລະ ຄະນະກວດກາສູນກາງພັກ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການສຳຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ຜ່ານຮ່າງບົດລາຍງານການເມືອງຂອງຄະນະບໍລິຫານງານພັກຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V, ສະຫາຍ ຄຳກອງ ທຳມະເທວາ ຄະນະພັກ ຫົວໜ້າກົມອົບຮົມ ຜ່ານຮ່າງແຜນພັດທະນາວຽກງານ ໂຄສະນາອົບຮົມ ຂອງຄະນະໂຄສະນາອົບຮົມສູນກາງພັກ, ຈາກນັ້ນ ປະທານກອງປະຊຸມ ໄດ້ມີຄຳເຫັນເຈາະຈີ້ມ ໃຫ້ບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງລາຍງານດັ່ງກ່າວ ຊຶ່ງໄດ້ເນັ້ນໃຫ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງບົດລາຍງານການເມືອງຂອງຄະນະບໍລິຫານງານພັກຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V, ແຜນພັດທະນາວຽກງານໂຄສະນາອົບຮົມ ຂອງຄະນະໂຄສະນາອົບຮົມສູນກາງພັກ ໂດຍສະເພາະ ຕໍ່ເນື້ອໃນ, ສາເຫດ, ຈຸດດີ, ຈຸດອ່ອນ, ທິດທາງແຜນການ ແລະ ບັນດາວຽກຈຸດສຸມ ຂອງບັນດາຮ່າງລາຍງານດັ່ງກ່າວໃຫ້ມີເນື້ອໃນຄົບຖ້ວນ, ເລິກເຊິ່ງ ແລະ ສົມບູນ ເພື່ອຈະໄດ້ນຳເອົາເຂົ້າສະເໜີລາຍງານໃນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້.
ຈາກນັ້ນ, ສະຫາຍ ພູຂົງ ພິລາເພັດ ຄະນະພັກ ຫົວໜ້າກົມກໍ່ສ້າງພັກ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ແລະ ຄະນະປະຈຳພັກ, ເລຂາ, ຮອງເລຂາຄະນະພັກ ແລະ ປະທານ, ຮອງ ປະທານກວດກາ, ໂອກາດດັ່ງກ່າວ ປະທານ ກອງປະຊຸມ ກໍໄດ້ມີຄຳເຫັນຊີ້ນຳ ໂດຍໄດ້ເນັ້ນໜັກໃນການເລືອກເອົາບຸກຄະລາກອນ ທີ່ຈະເອົາເຂົ້າມາບໍລິຫານ ວຽກງານ ຄອສພ ຕ້ອງໃຫ້ມີຄຸນນະພາບເພື່ອມາພັດທະນາວຽກງານໃຫ້ດີຂຶ້ນເປັນກ້າວໆ, ໃນນັ້ນ ໂຄງປະກອບ ຂອງຄະນະບໍລິຫານງານຊຸດນີ້ ກໍໃຫ້ມີທຸກກົມ ເພື່ອເປັນຫຼັກແຫຼ່ງໃນການຊີ້ນໍາ – ນຳພາ ແລະ ໃຫ້ມີ ເພດຍິງ-ເພດຊາຍ ປະກອບເຂົ້າໃນຄະນະບໍລິຫານ ຂອງ ຄອສພ, ໃນນັ້ນກໍໄດ້ດຳເນີນການປ່ອນບັດທາບທາມ ຮອບທີ 3; ຫຼັງຈາກສຳເລັດການປ່ອນບັດທາບທາມ ຮອບທີ 3 ແລ້ວ, ສະຫາຍ ປະທານກອງປະຊຸມ ກໍໄດ້ ໃຫ້ກຽດໂອ້ລົມ ອີກດ້ວຍ.
ຂ່າວ-ພາບ: ສຳນານ



